Monthly Archives: ເດືອນກັນຍາ 2020

ຕຸກ PET ບັນຈຸນ້ຳດື່ມ “ບໍ່ຄວນໃຊ້ຊ້ຳ ແລະ ຕາກແດດ” ແມ່ນແທ້ບໍ່!!

ປະຈຸບັນ ຜູ້ບໍລິໂພກ ນິຍົມບໍລິໂພກນ້ຳດື່ມຈາກຕຸກນ້ຳພັດສະຕິກແບບຕຸກ  PET ເພາະສະດວກຊື້ ສະດວກໃຊ້ ແລະ ສະອາດປອດໄພ ແຕ່ຫຼາຍຄົນອາດຍັງບໍ່ຮູ້ແທ້ຈີງ ແລະ ໄປເຊື່ອຕາມຄຳບອກກ່າວທີ່ວ່າ: “ຄວນໃຊ້ຕຸກພຽງຄັ້ງດຽວແລ້ວຖີ້ມ ບໍ່ຄວນນຳໄປບັນຈຸນ້ຳດື່ມຊ້ຳ ເພາະອາດຈະເກີດອັນຕະລາຍ ແມ່ນແທ້ ຫຼື ບໍ່ !” “ເມື່ອຕຸກນ້ຳຕາກແດດ ອາດຈະເຮັດໃຫ້ເກີດສານອັນຕະລາຍຈາກພັດສະຕິກ ແມ່ນແທ້ ຫຼື ບໍ່!” ຂໍນຳຂໍ້ມູນຈາກສຳນັກງານຄະນະກົມອາຫານ ແລະ ຢາ (ອຢ) ມາເລົ່າສູ່ກັນຝັງດັ່ງນີ້: 1. ຕຸກນ້ຳພັດສະຕິກທີ່ໃຊ້ບັນຈຸນ້ຳດື່ມໃນປະເທດນັ້ນ ມັກຈະມີ 2 ແບບຄື: ຕຸກສີຂາວຂຸ້ນ ແລະ ຕຸກສີຂາວໃສບໍ່ມີີສີ ໂດຍພວກສີຂຸ້ນນັ້ນ ຈະເຮັດຈາກພັດສະຕິກຊະນິດ ຖພລີເອທີລີນ (PE ຫຼື polyethylene ຫຼື PE), ສ່ວນຕຸກໃສ ຈະເຮັດຈາກພັດສະຕິກຊະນິດໂພລີເອທີລີນ ເທເລບທາເລດ (polyethylene terephthalate ຫຼື PET) ຊື່ງພົບວ່າປະຈຸບັນພວກຕຸກ PET ຈະເປັນທີ່ນິຍົມໃຊ້ຫຼາຍກ່ວາຕຸກ PE […]

Monde Selection Quality Awards 2018 (Gold Award)

Sona natural Pure Drinking Water ໄດ້ສ້າງກຽດຕິປະຫວັດຄັ້ງແລກໃນເວທີລະດັບໂລກ (ໄດ້ຮັບມອບລາງວັນຫຼຽນຄຳ) ເມື່ອວັນທີ July 28, 2018 ໄດ້ມີການປະກາດລາງວັນ Monde Selection Quality Awards 2018 ຊື່ງຈັດໂດຍ ສະຖາບັນ Monde Selection, The International Quality Institute ຊື່ງຕັ້ງຢູ່ທີ່ກຸງ Brussels ປະເທດ Kingdom of Belgium ຊື່ງຢູ່ໃຈກາງທະວີບ Europe. ໂດຍຄັ້ງນີ້ ເປັນການຈັດທີ່ກຸງ Valencia ປະເທດ Spain ແລະ ຖືເປັນຄັ້ງແລກ ທີ່ຜະລິດຕະພັນ ນ້ຳດືມ  SONA ຈາກປະເທດລາວຂອງເຮົາ ສາມາດສ້າງຊື່ສຽງໃຫ້ເປັນທີ່ຮູ້ຈັກໃນເວທີລະດັບໂລກ ວ່າເປັນສິນຄ້າ ປະເພດນ້ຳດື່ມ ທຳມະຊາດ ທີ່ມີລົດຊາດທີ່ດີມີຄວາມໃສສະອາດ, ປອດໄພ, ບັນຈຸໃນຂວດໃສສວຍງາມ, ຄຸນນະພາບສູງ ໄດ້ມາດຕະຖານສາກົນ ແລະໃນຄັ້ງນີ້ ທ່ານ […]

Monde Selection Quality Awards 2020 (Gold Award)

Sona natural Pure Drinking Water ໄດ້ສ້າງກຽດຕິປະຫວັດອິກຄັ້ງໃນເວທີລະດັບໂລກ (ໄດ້ຮັບມອບລາງວັນ ຫຼຽນຄຳ) ເມື່ອວັນທີ April 6, 2020 ໄດ້ມີການປະກາດລາງວັນ Monde Selection Quality Awards 2020 ຊື່ງຈັດໂດຍ ສະຖາບັນ Monde Selection, The International Quality Institute ຊື່ງຕັ້ງຢູ່ທີ່ ກຸງ Brussels ປະເທດ Kingdom of Belgium ຊື່ງຢູ່ໃຈກາງທະວີບ Europe. ແລະ ຖືເປັນຄັ້ງທີ 2 ທີ່ຜະລິດຕະພັນນ້ຳດື່ມ SONA ຈາກປະເທດລາວຂອງເຮົາ ສາມາດສ້າງຊື່ສຽງໃຫ້ເປັນທີ່ຮູ້ຈັກໃນເວທີລະດັບໂລກ. ວ່າເປັນສິນຄ້າ ປະເພດນ້ຳດື່ມ ທຳມະຊາດ ທີ່ມີລົດຊາດທີ່ດີມີຄວາມໃສສະອາດ, ປອດໄພ, ບັນຈຸໃນຂວດໃສສວຍງາມ, ຄຸນນະພາບສູງ ໄດ້ມາດຕະຖານສາກົນ ເຖີງແມ່ນວ່າ ປີນີ້ ທີມງານເຮົາບໍ່ໄດ້ໄປຮັບລາງວັນດ້ວຍໂຕເອງ ເນື່ອງຈາກສະຖານະການ COVID-19 […]

ວິທີດື່ມນ້ຳແບບອາຍຸຍືນຍາວ ດື່ມໃຫ້ເປັນກໍ່ຫາງໄກໂລກ

ປະໂຫຍດຂອງການດື່ມນ້ຳ ຊ່ວຍຮັກສາໂລກໄດ້ ແຕ່ເຊື່ອບໍ່ວ່າຫຼາຍຄົນດື່ມນ້ຳບໍ່ເປັນ ຈົນສ່ຽງຕໍ່ອາການເຈັບປ່ວຍໄດ້ງ່າຍ ! ໂລກພື້ນຖານທີ່ພົບເຫັນເລື່ອຍໆ ບໍ່ວ່າຈະເປັນອາການເຈັບຫົວ, ອາການອ່ອນເພຍ, ເຊື່ອງຊືມ ຫຼື ຮູ້ສືກງ່ວງນອນຕະຫຼອດເວລາ ແທ້ຈີງແລ້ວ ອາດເປັນເພາະເຮົາດື່ມນ້ຳບໍ່ຖືກວິທີ ຫຼື ເອີ້ນງ່າຍໆວ່າ ດື່ມນ້ຳບໍ່ເປັນນັ້ນແລະ  ຊື່ງຈະວ່າໄປການດື່ມນ້ຳກໍ່ເບີ່ງເປັນເລື່ອງພື້ນຖານງ່າຍໆ ທີ່ເຮົາເຮັດກັນມາຈົນກາຍເຄີຍຊີນ ແຕ່ກັບລືມນືກເຖີງຄວາມສຳຄັນຈົນພາໂຕເອງຕ້ອງໄປສ່ຽງກັບໂລກ ແລະ ອາການເຈັບປ່ວຍອື່ນໆ ດັ້ງນັ້ນເພື່ອສຸຂະພາບທີ່ດີຂື້ນຂອງທຸກໆຄົນ ວາລະສານ  Lisa ຈື່ງຂໍອາສາພາທຸກຄົນໄປຮຽນຮູ້ການດື່ມນ້ຳແບບອາຍຸຍືນຍາວ, ແຄ່ດື່ມນ້ຳໃຫ້ເປັນກໍ່ຫ່າງໄກໂລກໄດ້ງ່າຍໆ. ໂລກພື້ນຖານປັດຈຸບັນມັກເກີດຂຶ້ນຈາກການໃຊ້ຊີວິດ ແລະ ການຮັບປະທານອາຫານຜິດໆ, ຫຼາຍໄປກ່ວານັ້ນ ທີ່ນ້າຕົກໃຈກໍຄືຄົນສ່ວນໃຫ່ຍຍັງດື່ມນ້ຳບໍ່ເປັນ ! ນີ້ເປັນເລື້ອງງ່າຍທີ່ເຮົາມັກລະເລີຍຈົນກາຍເປັນເລື້ອງຍາກ, ເລື່ອງທຳມະຊາດ ແລະ ກ່ວາຈະຮູ້ໂຕກໍ່ເປັນໂລກເສຍແລ້ວ. ຊ້ຳຮ້າຍເມື່ອຮູ້ໂຕວ່າບໍ່ສະບາຍ ເຮົາກັບໄປຫາໝໍ ເສຍເງິນຊື້ຢາມາຮັບປະທານ ແຕ່ລືມຫັນກັບໄປເບີງອາການວ່າໂລກທີ່ເປັນມີສາເຫດມາຈາກຫຍັງ ແລະ ການຮູ້ຈັກແກ້ທີ່ຕົ້ນເຫດສຳຄັນຫຼາຍຊຳໃດ. ເມື່ອເປັນໂລກ ບາງທີ່ເຮົາອາດຈະຕ້ອງໃຊ້ຫຼັກທຳມະຊາດມາຊ່ວຍ ເຊັ່ນດຽວກັບຫຼັກການທຳມະຊາດທີ່ມີມາດົນນານຫຼາຍພັນປີຢ່າງອາຍຸຍືນ ທີ່ເຊື່ອໃນການຮັກສາຄວາມສົມດູນຂອງທາດທັງ 5 ໃນຮ່າງກາຍເພື່ອໃຫ້ເຮົາສຸຂະພາບດີ ທັງທາດດີນ (ເນື້ອໜັງ, ອະໄວຍະວະ), ທາດນ້ຳ(ເລືອດ, ນ້ຳເຫຼືອງ), ທາດລົມ(ອາກາດທາດ), ທາດໄຟ(ຄວາມຮ້ອນ […]

ປະໂຫຍດຂອງການດື່ມນ້ຳ 15 ອັດສະຈັນທີ່ຄອນເຟີມວ່ານ້ຳລ້າດີທີ່ສຸດແລ້ວ

           ປະໂຫຍດຂອງການດື່ມນ້ຳ ເຄີຍໄດ້ຍິນກັນມາດົນນານແລ້ວວ່າການດື່ມນ້ຳດີຕໍ່ສຸຂະພາບຮ່າງກາຍ ແຕ່ດີຂະໜາດໃດ ເຮົາຈະເຜີຍຄວາມຈີງໃຫ້ທ່ານຮູ້ ! ເຊື່ອວ່າທຸກຄົນກໍຄົງຈະຮູ້ຢູ່ແລ້ວວ່າ ນ້ຳ ເປັນສ່ວນປະກອບສຳຄັນທີ່ຮ່າງກາຍຂາດບໍ່ໄດ້ ແຕ່ກໍມີອິກຫຼາຍຄົນທີ່ບໍ່ມັກດື່ມນ້ຳກັນ ບາງຄົນກໍຍ້ານວ່າດື່ມນ້ຳຫຼາຍໆ ຈະເຮັດໃຫ້ເຂົ້າຫ້ອງນ້ຳເລີື້ອຍ ຫຼື ເຫດຜົນຕ່າງໆ ນານາ ແຕ່ຂໍບອກເລີຍວ່າການບໍ່ດື່ມນ້ຳເຮັດໃຫ້ທ່ານພາດປະໂຫຍດທີ່ນ້າອັດສະຈັນຂອງການດື່ມນ້ຳໄປຢ່າງບໍ່ໜ້າໃຫ້ອະໄພເລີຍແລະ ລອງໄປເບີງຄຸນປະໂຫຍດຂອງສການດືມນ້ຳກັນເລີຍ ບອກເລີຍທ່ານໃດພາດໜ້າເສຍດາຍທີ່ສຸດ.  1. ດື່ມນ້ຳຊ່ວຍລົດອາການອ່ອນເພຍ ສາເຫດສຳຄັນຢ່າງໜື່ງທີ້ຮັດໃຫ້ຮ່າງກາຍເກີດການອ່ອນເພຍກໍ່ຄືພາວະຂາດນ້ຳ ດັ່ງນັ້ນການດື່ມນ້ຳຈະເຮັດໃຫ້ຮ່າງກາຍພາຍໃນຊຸ່ມຊື່ນ ແລະຫຼົດພາວະຂາດນ້ຳໄດ້ ຊ່ວຍໃຫ້ຮູ້ສືກສົດຊື່ນມີແຮງຂຶ້ນກ່ວາເກົ່າ ທ່ານໃດທີ່ກຳລັງຮູ້ສືກອ່ອນເພຍລອງຈິບນ້ຳເບີງ ຮັບຮອງວ່າຊ່ວຍໄດ້ແນ່ນອນ.  2. ຊ່ວນໃນການລົດນ້ຳໜັກໄດ້ຜົນດີຂຶ້ນ. ການດື່ມນ້ຳກ່ອນນການຮັບປະທານອາຫານຈະຊ່ວຍເຮັດໃຫ້ທ່ານຮູ້ສືກອີ່ມທ້ອງ ແລະ ຮັບປະທານອາຫານໄດ້ໜ້ອຍລົງ ລວມທັງຖ້າຫາກດືມນ້ຳຂະນະທີ່ຫິວໆ ລະກໍ່ຈະຊ່ວຍລົດຄວາມຢາກອາຫານໄດ້ເປັນຢ່າງດີ ບໍ່ພຽງເທົ່ານັ້ນ ແຕ່ການດື່ມນ້ຳກໍ່ຍັງຊ່ວຍເພີ່ມການເຮັດວຽກຂອງລະບົບການເຜົາຜານອິກດ້ວຍໂດຍສະເພາະນ້ຳເຢັນສາມາດຊ່ວຍໃຫ້ຮ່າງກາຍເຜົາຜານໄດ້ຫຼາຍຂຶ້ນ.   3. ຂະຈັດສານພິດໃນຮ່າງກາຍ ໝາກໄຂ່ຫຼັງ ເປັນອະໄວຍະວະທີ່ສຳຄັນໃນການຂະຈັດສານພິິດອອກຈາກຮ່າງກາຍໂດຍເມື່ອເມື່ອໝາກໄຂຫຼັງກອງສານຜິດໃນຂອງແຫຼວທີ່ຢູ່ໃນຮ່າງກາຍແລ້ວກໍ່ຈະຂັບອອກມາໃນຮູບແບບຕ່າງໆ ເຊັ່ນ: ເຫື່ອ ແລະ ປັດສະວະ ການດື່ມນ້ຳຈະຊ່ວຍໃຫ້ຮ່າງກາຍຂັບສານຜິດອອກມາໄດ້ດີຂຶ້ນ, ຊ່ວຍລົດຄວາມສ່ຽງການເກີດການຕິດເຊື້ອໃນທໍ່ປັດສະວາ ແລະ ໜີ້ວໃນໝາກໄຂ່ຫຼັງໄດ້.  4. ບຳລຸງຜິວພັນ ຖ້າຢາກມີຜີວພັນທີ່ຊຸ່ມຊື່ນ ແລະ ເບີງມີນ້ຳມີນວນລະກໍ່ຂໍແນະນຳໃຫ້ດື່ມນ້ຳເລີຍ […]

6 ປັນຫາສຸຂະພາບສ່ຽງປ່ວຍແທ້ ຖ້າເຮົາດື່ມນ້ຳພຽງບໍ່ພໍ !

ເຜີຍ 6 ຜົນກະທົບທາງສຸຂະພາບທີ່ເກີດຈາກການຂາດນ້ຳ ປ່ອຍໃຫ້ຮ່າງກາຍຂາດນ້ຳເລື່ອຍໆ ຕ້ອງລະວັງໂລກໄພຮ້າຍຈະມາເຢືອນໂດຍບໍ່ຮູ້ໂຕ            ວ່າກັນດ້ວຍເລື້ອງຂອງ “ນ້ຳ” ສ່ວນປະກອບສຳຄັນຂອງຮ່າງກາຍຊື່ງເປັນສີ່ງທີ່ຄັນເຮົາບໍ່ສາມາດຂາດໄດ້ ເພາະແມ້ແຕ່ໃນເຊວທີ່ນ້ອຍທີ່ສຸດຂອງຮ່າງກາຍກໍຍັງມີນ້ຳເປັນສ່ວນປະກອບ ດັ່ງນັ້ນ ການຂາດນ້ຳຈື່ງເປັນສີ່ງທີ່ອັນຕະລາຍຕໍ່ຄົນຫຼາຍ, ເພາະບໍ່ພຽງແຕ່ເຮັດໃຫ້ຮູ້ສືກກະຫາຍແຕ່ຍັງສົ່ງຜົນກະທົບຮ້າຍແຮງຕໍ່ຮ່າງກາຍຂອງເຮົາອີກດ້ວຍ ແຕ່ວ່າການຂາດນ້ຳຈະອັນຕະລາຍຊຳໃດ ເຮົາລອງໄປເບີງທີ່ ເວບໄຊ  harpersbazaar ທີ່ໃຫ້ຄຳແນະນຳທີ່ດີ ທ່ານໃດທີ່ບໍ່ມັກດື່ມນ້ຳ ຫຼື ດື່ມນ້ຳໜ້ອຍໆ   ດື່ມນ້ຳບໍ່ພໍ  ໄດ້ອ່ານແລ້ວຮັບຮອງຈະຕ້ອງປ່ຽນໃຈມາດື່ມນ້ຳໃຫ້ຫຼາຍຂຶ້ນຢ່າງແນ່ນອນ. ຂັບຂອງເສຍບໍ່ໄດ້ ການດື່ມນ້ຳໃນປະລິມານທີ່ບໍ່ພຽງພໍຕໍ່ຮ່າງກາຍຈະເຮັດໃຫ້ເກີດຄວາມສ່ຽງຕໍ່ບັນຫາສຸຂະພາບໄດ້ຫຼວງຫຼາຍ ນັ້ນເປັນເພາະນ້ຳຊ່ວຍຂັັບຂອງເສຍໃນຮ່າງກາຍເມື່ອຮ່າງກາຍຂາດນ້ຳໝາກໄຂ່ຫຼັງກໍ່ຈະບໍ່ສາມາດຂັບຂອງເສຍໄດ້ ເຮັດໃຫ້ຂອງເສຍເຫຼົ່ານັ້ນຈັບຕົວກັນເປັນໜີ້ວໃນໝາກໄຂ່ຫຼັງ ແລະ ຖ້າຂາດນ້ຳຍັງເຮັດໃຫ້ລະບົບຂັບຖ່າຍເຮັດວຽກຜິດປົກະຕິ ນອກຈາກນີ້ນ້ຳຍັງຊ່ວຍເຈືອຈາງເລືອດບໍ່ໃຫ້ເຂັ້ມຂົ້ນຈົນເກີນໄປ ແລະ ປ້ອງກັນເກຣັດເລືອດແຂງຕົວ ຊື່ງເປັນສາເຫດຂອງການຫົວໃຈວາຍ  ລະບົບການເຜົາຜານຊະງັກ  ການສືກສາໃນປີ 2010 ຊື່ງຖືກຕີພີມໃນໜັງສື The Water Secret ຂອງ ດຣ Howard Murad ພົບວ່າຄົນທີ່ມີລະບົບການເຜົາຜານທີ່ດີ ມີສາເຫດມາຈາກປະລິມານນ້ຳໃນຮ່າງກາຍທີມີຢ່າງພຽງພໍ ຊື່ງການດື່ມນ້ຳຢ່າງພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍຈະເຮັດໃຫ້ອັດຕາຄວາມໄວໃນການເຜົາຜານອາຫານຂະນະທີ່ພັກໄວຂຶ້ນເມື່ອທຽບໃສ່ກັບຄົນທີ່ດື່ມນ້ຳໜ້ອຍ ຫຼື ດື່ມນ້ຳບໍ່ພຽງພໍ. ສະໝອງເຮັດວຽກບໍ່ປົກກະຕິ ການສືກສາຂອງ […]

ດື່ມນ້ຳບໍ່ພຽງພໍແມ່ນບໍ່ ? 10 ສັນຍານນີ້ບອກໄດ້

ດື່ມນ້ຳບໍ່ພຽງພໍແມ່ນບໍ່ ? ຖ້າ 10 ສັນຍານນີ້ມາເຕືອນ ບອກເລີຍວ່າທ່ານຕ້ອງດື່ມນ້ຳເຂົ້າໄປອີກນະຈະ ຊີວິດປະຈຳວັນຂອງຄົນສະໄໝນີ້ຍຸ້ງຕະຫຼອດເວລາ ຈົນເຮັດໃຫ້ບາງທີການເບີ່ງແຍງຕົວເອງງ່າຍໆ ເໍັ່ນການດື່ມນ້ຳ ເປັນສີ່ງທີ່ຫຼາຍຄົນມອງຂ້າມໄປ ແຖມດຽວນີ້ມີທັງກາເຟ ແລະ ນ້ຳຫວານອື່ນໆມາຂາຍພຽບຈົນບາງວັນແທບສິບໍ່ໄດ້ມີນ້ຳສະອາດເຂົ້າສູ່ຮ່າງກາຍເລີຍແມ້ແຕ່ໜ້ອຍໜື່ງ ຖ້າກໍາລັງສົງໃສວ່າແຕ່ລະວັນ ທ່ານ ດື່ມນ້ຳພຽງພໍ ຫຼື ບໍ່ ເວບໄຊ   Lifehack  ບອກວ່າ 10 ອາການນີ້ຈະບໍ່ເກີດຂຶ້ນແທ້ຖ້າຮ່າງກາຍໄດ້ຮັບນ້ຳພຽງພໍ ລີມສີປາກແຫ້ງ ນີ້ແຫຼະທີ່ເປັນສັນຍານບົ່ງບອກໄດ້ຊັດເຈນຖ້າທ່ານຂາດນ້ຳ, ຕອນໄດໃດທີ່ທ່ານຮູ້ສືກວ່າໃນປາກໜຽວໆ ຫຼື ສົກກະປົກ ນັ້ນໝາຍຄວາມວ່າ ທ່ານກຳລັງດື່ມນ້ຳບໍ່ພຽງພໍ ຖ້າແບບນັ້ນຕ້ອງມາດື່ມນ້ຳສະອາດເພື່ອໃຫ້ເມືອກ ຫຼື ເສມຫະໃນປາກ ແລະ ລຳຄໍໃຫ້ຫາຍໄປ ແລະ ທ່ານຈະຮູ້ສືກວ່າໃນຊ້ອງປາກ ແລະ ລີມສີປາກຊຸ້ມຊື້ນຂຶ້ນກ່ວາເກົ່າຫຼາຍ. ຜິວແຫ້ງ ຕອນໃດທີ່ຮູ້ສືກວ່າຜິວແຫ້ງຫຼາຍ ຂໍໃຫ້ນືກໄວ້ເລີຍວ່າທ່ານດື່ມນ້ຳໜ້ອຍແລ້ວ, ແລະ ຖ້າຍັງປ່ອຍໃຫ້ຜິວແຫ້ງຢູ່ຢ່າງນັ້ນ ຄວນລະວັງໄວ້ເລຍວ່າປັນຫາອື່ນໆ ຈະຕາມມາອີກພຽບ, ເພາະການຂາດນ້ຳກໍແປວ່າຂາດເຮື່ອ ແລ້ວບາດນີ້ສີ່ງສົກກະປົກ ແລະ ນ້ຳມັນກໍ່ບໍ່ຖືກຂັບອອກມາຈົນເຮັດໃຫ້ເກີດສີວ, ຖ້າບໍ່ຢາກໜ້າຍົນກໍ່ດື່ມນ້ຳຫຼາຍໆ. ຮູ້ສືກກະຫາຍຫຼາຍເກີນໄປ ລອງນືກເຖີງຕອນໄປກີນເຫຼົາເມົາມາເບີງເວລາຕື້ນເຊົ້າມາອີກວັນໜື່ງທ່ານຈະຮູ້ສືກກະຫາຍນ້ຳຫຼາຍເລີຍລະ ນີ້ລະຄືສັນຍານເຕືອນທີ່ບອກວ່າຮ່າງກາຍຂອງທ່ານກຳລັງຂາດນ້ຳເພາະເອວກໍຮໍເຮັດໃຫ້ຮ່າງກາຍສູນເສຍນ້ຳໄປທັງໝົດນັ້ນເອງ ຖ້າເມື່ອໄລທີ່ດື່ມນ້ຳພຽງພໍແລ້ວຮ່າງກາຍຈະຢຸດກະຫາຍນ້ຳເອງ. […]

10 ເຄັດລັບການນກີນອາຫານເພື່ອສຸຂະພາບ ອາຫານແບບໃດເຖີງດີຕໍ່ສຸຂະພາບຈີງໆ ແລ້ວແມ່ນຫັຍງຕ້ອງຫຼີກລ້ຽງໃຫ້ໄວ

10 ເຄັດລັບການນກີນອາຫານເພື່ອສຸຂະພາບ ອາຫານແບບໃດເຖີງດີຕໍ່ສຸຂະພາບຈີງໆ ແລ້ວແມ່ນຫັຍງຕ້ອງຫຼີກລ້ຽງໃຫ້ໄວ            ຖ້າທ່ານເປັນຄົນໜື່ງທີ່ກຳລັງເລີ້ມປ່ຽນພືດຕິກຳການຮັບປະທານອາຫານຂອງຕົວເອງ ເພື່ອສຸຂະພາບທີ່ດີໃນອານາຄົດລອງມາອ່ານ   10 ເຄັດລັບການກີນອາຫານເພື່ອສຸຂະພາບທີ່ເຮັດໄດ້ບໍ່ຢາກ ຈະໄດ້ຮູ້ວ່າແມ່ນຫັຍງທີ່ຄວນກີນ ແລ້ວແມ່ນຫັຍງທີ່ບໍ່ຄວນກີນ. 1. ດື່ມນ້ຳຫຼາຍໆ ນ້ຳເປັນສີ່ງທີ່ສຳຄັນຫຼາຍ ເພາະກ້າມເນື້ຶອຂອງເຮົາປະກອບດ້ວຍນ້ຳເຖີງ 75% ຖ້າສູນເສຍນ້ຳໄປປະມານ 2-3% ກໍຈະເຮັດໃຫ້ຄວາມແຂງແກ່ງຕົກລົງໄປເຖີງ 10% ແລ້ວ ແຖມຍັງເຮັດໃຫ້ລະບົບຕ່າງໆ ໃນຮ່າງກາຍເຮັດວຽກບໍ່ໄດ້ເຕັມປະສິດທີພາບດ້ວຍ ເມື່ຶອເຮົາຮູ້ເຊັ່ນນັ້ນຢ່າປ່ອຍໃຫ້ຮ່າງກາຍຢູ່ໃນພະວະຂາດນ້ຳ  (Dehydration) ຄວນດື່ມນ້ຳຢ່າງໜ້ອຍວນລະ 2 ລິດ ເພື່ອລໍ່ລ້ຽງເຊວໃນຮ່າງກາຍ ຮັກສາລະດັບຄວາມເຂັ້ມຂົ້ນຂອງເລືອດ ຊື່ງຈະເຮັດໃຫ້ເຮົາສົດຊື້ນ, ມີພະລັງໄປຕະຫຼອດວັນ. 2. ອາຫານເຊົ້າຫ້າມຂາດ ຕື່ນສວຍແຕ່ຕ້ອງຟ້າວໄປເຮັດວຽກ ອົດອາຫານເຊົ້າຄົງບໍ່ເປັນຫຍັງ ? ຄົນໃນເມືອງສ່ວນຫຼາຍມັກຄິດ ແບບນີ້ແຫຼະ ແຕ່ນັ້ນຄືສາເຫດທີ່ເຮັດໃຫ້ສະໝອງບໍ່ແລ່ນ, ເຮັດຫັຍງກາເຊື່ອງຊ້າ, ຂາດຄວາມກະຕືລືລົນ ແລະ ຍັງເຮັດໃຫ້ອ້ວນຂຶ້ນໄດ້ອີກຕ່າງຫາກເພາະການບໍ່ທານມື້ເຊົ້າຈະເຮັດໃຫ້ລະບົບເຜົາຜານເລີ້ມຕົ້ນຊ້າລົງ ລະດັບນ້ຳຕານໃນເລືອດຕຳລົງ ເຮົາຈື່ງຮູ້ສືກຫີວຢູ່ຕະຫຼອດເວລາ ກໍເລີຍຕ້ອງກີນຫຼາຍຂຶ້ນເພື່ອທົດແທນຄວາມຫີວ ແຖມອາຫານທີ່ເລືກທານກໍມັກຈະເປັນເຂົ້າໜົມນົມເນີຍແສນອະລອຍອີກດ້ວຍ. ນອກຈາກນີ້ ຍັງ່ສຽງຕໍ່ໂລກຫຼອດເລືອດສະໝອງ ແລະ […]

6 ໂລກຮ້າຍຖາມຫາ ຫາກ “ດື່ມນ້ຳໜ້ອຍລົງ”

ຖ້າເຈົ້າເປັນຄົນທີ່ບໍ່ຄ່ອຍໄດ້ອອກຈາກຕັ່ງ ຈອກນ້ຳລີນນ້ຳໄວ້ເຕັມຈອກ, ແຕ່ຢູ່ໄປໄດ້ໝົດມື້. ຫລື ຍຸ້ງຫຼາຍຈົນບໍ່ໄດ້ນັ່ງຢູ່ ແລ່ນເຂົ້າແລະອອກຈາກຫ້ອງປະຊຸມ ໄດ້ດື່ມນ້ຳສະເພາະໃນລະຫວ່າງອາຫານທ່ຽງ ຂ້ອຍຂໍບອກທ່ານວ່າຮ່າງກາຍຂອງເຈົ້າ“ ຂາດນໍ້າ” ໂດຍທີ່ທ່ານບໍ່ຮູ້ຕົວ ແລະ ມັນກໍ່ມີຜົນຮ້າຍຕໍ່ສຸຂະພາບຢ່າງຮ້າຍແຮງໂດຍບໍ່ມີຄວາມຮູ້ຂອງທ່ານເຊັ່ນກັນ. 6 ໂລກຮ້າຍຖາມຫາ ຫາກ “ດື່ມນ້ຳໜ້ອຍ” 1. ສະໝອງເຊື່ອມ ໃຜຈະເຊື່ອວ່າພຽງແຕ່ດື່ມນໍ້າໜ້ອຍ ສາມາດສ່ຽງຕໍ່ການເປັນໂຣກເສື່ອມໂຊມໄດ້ ເພາະວ່າເມື່ອຮ່າງກາຍຂອງເຮົາຂາດນໍ້າ ປະລິມານນໍ້າໃນຮ່າງກາຍບໍ່ພຽງພໍເຊິ່ງເປັນສ່ວນ ໜຶ່ງ ຂອງເລືອດທີ່ຖືກດູດທົ່ວຮ່າງກາຍ ເມື່ອເລືອດມີຄວາມຂົ້ນຂື້ນ ເຮັດໃຫ້ຫົວໃຈບໍ່ສາມາດດູດເລືອດໄປລ້ຽງສະໝອງໄດ້ພຽງພໍ ມັນແມ່ນສາເຫດຂອງອາການສະຫມອງເສື່ອມໄດ້ ເພາະສະນັ້ນ, ຖ້າທ່ານບໍ່ຮູ້ສຶກສົດຊື່ນ, ຄິດຊ້າ, ບໍ່ເຄື່ອນໄຫວ, ຫົດຫູ່, ຈ່ອຍຜອມ, ມັນອາດຈະເປັນຜົນມາຈາກ “ການດື່ມນ້ຳໜ້ອຍ ເກີນໄປ” ກໍ່ເປັນໄດ້. 2.  ລິດສິດວງທະວານ ແນ່ນອນ, ຖ້າຮ່າງກາຍໄດ້ຮັບນໍ້າບໍ່ພຽງພໍ. ສົ່ງຜົນໄປຖືງການຍ່ອຍອາຫານຍາກຂື້ນໃນກະເພາະອາຫານ ແລະ ລຳ ໄສ້ແຫ້ງ ອາດຈະກີດກັນພວກເຮົາບໍ່ໃຫ້ສາມາດຂັບອາຈົມອອກມາໄດ້ ເພາະວ່າອາຈົມອາດຈະແຫ້ງເກີນໄປ ເມື່ອຜະລິດຕະພັນສິ່ງເສດເຫຼືອສະສົມຢູ່ໃນລຳໄສ້ ລຳ ໄສ້ຈະດູດຊັບສິ່ງເສດເຫຼືອນັ້ນເຂົ້າສູ່ຮ່າງກາຍ ຍິ່ງມີເລືອດເສຍເທົ່າໃດ ແລະ ຂົ້ນໜຽວກ່ວາເກົ່າ ອາຈົມແມ່ນແຂງ ແຫ້ງກ່ວາແຕ່ກ່ອນ […]