Monthly Archives: ເດືອນກັນຍາ 2020

ການດື່ມນ້ຳ ສີ່ງສຳຄັນທີ່ເບີີ່ງບໍ່ເຫັນ

ນໍ້າແມ່ນສ່ວນໜຶ່ງທີ່ສຳຄັນຂອງຮ່າງກາຍເຊິ່ງເປັນສິ່ງທີ່ຂາດບໍ່ໄດ້ ມີຄົນເວົ້າເລື້ອຍໆວ່າຖ້າບໍ່ມີນ້ຳກໍ່ບໍ່ມີຊີວິດ ໂດຍທົ່ວໄປຄົນເຮົາສາມາດອົດອາຫານໄດ້ເປັນເວລາຫລາຍອາທິດ., ແຕ່ຖ້າຂາດນ້ຳເປັນເວລາສອງສາມມື້, ມັນອາດຈະຕາຍ ການສຶກສາຄົ້ນຄ້ວາວິໄຈທີ່ຜ່ານມາພົບວ່າ ນໍ້າມີປະໂຫຍດຫລາຍຕໍ່ຮ່າງກາຍຂອງສິ່ງມີຊີວິດ ແລະ ມີປະໂຫຍດຕໍ່ຊີວິດຂອງທຸກສິ່ງທີ່ມີຊີວິດ ແລະ ຫລາຍກວ່າ 90% ຂອງຄົນທົ່ວໄປລືມແລະບໍ່ເອົາໃຈໃສ່ຕໍ່ການດື່ມນ້ຳ.  ໜ້າທີ່ສຳຄັນທີ່ສຸດຂອງນ້ຳ ໂດຍປົກກະຕິນ້ຳໜັກຕົວຂອງຄົນເຮົາປະກອບດ້ວຍນ້ຳ 60 %, ຮ່າງກາຍສາມາດສູນເສຍນ້ຳໄດ້ຜ່ານກິດຈະກຳຕ່າງໆເຊັ່ນ: ອອກກຳລັງກາຍ, ການດື່ມນໍ້າແມ່ນມີຄວາມສຳຄັນຫຼາຍ ແຕ່ວ່າປະຊາຊົນສ່ວນໃຫຍ່ບໍ່ສົນໃຈດື່ມນ້ຳຫຼາຍ ແລະ ມັກຈະບໍ່ຄຳນຶງເຖິງຈຳນວນທີ່ເໝາະສົມບາງຄົນດື່ມນ້ຳໜ້ອຍ ຫລື ຫລາຍເກີນໄປ ຈົນເຮັດໃຫ້ເກີດອັນຕະລາຍຕໍ່ສຸຂະພາບຕາມມາ ທັງອາດບໍ່ຮູ້ອີກດ້ວຍວ່າຖ້າຮ່າງກາຍຂາດນໍ້າໃນເວລາພຽງ 5 ມື້ ຫລື ໜຶ່ງ ອາທິດມັນອາດຈະເຮັດໃຫ້ເສຍຊີວິດໄດ້. ນໍ້າແມ່ນຕົວກາງຂອງປະຕິກິລິຍາເຄມີທັງໝົດ ໃນການເຜົາຜານຂອງຮ່າງກາຍ ທຸກໆປະຕິກິລິຍາເຄມີໃນຮ່າງກາຍແມ່ນອີງໃສ່ນໍ້າ, ເຊວຈະບໍ່ສາມາດເຮັດວຽກໄດ້ໂດຍບໍ່ມີນໍ້າ ຕົວຢ່າງທີ່ຈະແຈ້ງທີ່ສຸດແມ່ນຂະບວນການຍ່ອຍອາຫານ ຂະບວນການດູດຊຶມອາຫານ ແລະ ຂະບວນການຂັບຖ່າຍສິ່ງເສດເຫຼືອອອກຈາກຮ່າງກາຍ ນ້ຳທີ່ເປັນທາດແຫຼວຂອງເລືອດ ເຮັດໜ້າທີ່ຂົນສົ່ງອາຫານ ແລະ ອົກຊີເຈນໃຫ້ເຊວ ອິກທັງຂັບສິ່ງເສດເຫຼືອ ແລະ ຄາບອນໄດອອກໄຊຈາກເຊວມາຂັບຖ່າຍອອກຈາກຮ່າງກາຍ. ຂະບວນການຫມູນວຽນ ເລືອດ ແລະ ຂະບວນການຂັບຖາຍສິ່ງເສດເຫຼືອໃນຮ່າງກາຍກໍ່ບໍ່ສາມາດເກີດຂື້ນໄດ້. ນອກຈາກນີ້ນ້ຳຊ່ວຍອຳນວຍຄວາມສະດວກໃນການຂັບຖ່າຍຂອງເສດອາຫານໃນລຳໄສ້ໃຫຍ່ ຄວາມຜິດປົກກະຕິຂອງການຖ່າຍໜັກແມ່ນເກີດຂື້ນ ເນື່ອງຈາກຄວາມບໍ່ສົມດຸນຂອງການດູດຊຶມນ້ຳກັບຄືນສູ່ເຊວໃນລຳໄສ້, ເຊື້ອພະຍາດທີ່ເຮັດໃຫ້ເກີດອາການຖອກທ້ອງປະເພດຕ່າງໆ […]