6 ປັນຫາສຸຂະພາບສ່ຽງປ່ວຍແທ້ ຖ້າເຮົາດື່ມນ້ຳພຽງບໍ່ພໍ !

ເຜີຍ 6 ຜົນກະທົບທາງສຸຂະພາບທີ່ເກີດຈາກການຂາດນ້ຳ ປ່ອຍໃຫ້ຮ່າງກາຍຂາດນ້ຳເລື່ອຍໆ ຕ້ອງລະວັງໂລກໄພຮ້າຍຈະມາເຢືອນໂດຍບໍ່ຮູ້ໂຕ

 

ดื่มน้ำไม่พอ
         ວ່າກັນດ້ວຍເລື້ອງຂອງ “ນ້ຳ” ສ່ວນປະກອບສຳຄັນຂອງຮ່າງກາຍຊື່ງເປັນສີ່ງທີ່ຄັນເຮົາບໍ່ສາມາດຂາດໄດ້ ເພາະແມ້ແຕ່ໃນເຊວທີ່ນ້ອຍທີ່ສຸດຂອງຮ່າງກາຍກໍຍັງມີນ້ຳເປັນສ່ວນປະກອບ ດັ່ງນັ້ນ ການຂາດນ້ຳຈື່ງເປັນສີ່ງທີ່ອັນຕະລາຍຕໍ່ຄົນຫຼາຍ, ເພາະບໍ່ພຽງແຕ່ເຮັດໃຫ້ຮູ້ສືກກະຫາຍແຕ່ຍັງສົ່ງຜົນກະທົບຮ້າຍແຮງຕໍ່ຮ່າງກາຍຂອງເຮົາອີກດ້ວຍ ແຕ່ວ່າການຂາດນ້ຳຈະອັນຕະລາຍຊຳໃດ ເຮົາລອງໄປເບີງທີ່ ເວບໄຊ  harpersbazaar ທີ່ໃຫ້ຄຳແນະນຳທີ່ດີ ທ່ານໃດທີ່ບໍ່ມັກດື່ມນ້ຳ ຫຼື ດື່ມນ້ຳໜ້ອຍໆ   ດື່ມນ້ຳບໍ່ພໍ  ໄດ້ອ່ານແລ້ວຮັບຮອງຈະຕ້ອງປ່ຽນໃຈມາດື່ມນ້ຳໃຫ້ຫຼາຍຂຶ້ນຢ່າງແນ່ນອນ.
ຂັບຂອງເສຍບໍ່ໄດ້

ການດື່ມນ້ຳໃນປະລິມານທີ່ບໍ່ພຽງພໍຕໍ່ຮ່າງກາຍຈະເຮັດໃຫ້ເກີດຄວາມສ່ຽງຕໍ່ບັນຫາສຸຂະພາບໄດ້ຫຼວງຫຼາຍ ນັ້ນເປັນເພາະນ້ຳຊ່ວຍຂັັບຂອງເສຍໃນຮ່າງກາຍເມື່ອຮ່າງກາຍຂາດນ້ຳໝາກໄຂ່ຫຼັງກໍ່ຈະບໍ່ສາມາດຂັບຂອງເສຍໄດ້ ເຮັດໃຫ້ຂອງເສຍເຫຼົ່ານັ້ນຈັບຕົວກັນເປັນໜີ້ວໃນໝາກໄຂ່ຫຼັງ ແລະ ຖ້າຂາດນ້ຳຍັງເຮັດໃຫ້ລະບົບຂັບຖ່າຍເຮັດວຽກຜິດປົກະຕິ ນອກຈາກນີ້ນ້ຳຍັງຊ່ວຍເຈືອຈາງເລືອດບໍ່ໃຫ້ເຂັ້ມຂົ້ນຈົນເກີນໄປ ແລະ ປ້ອງກັນເກຣັດເລືອດແຂງຕົວ ຊື່ງເປັນສາເຫດຂອງການຫົວໃຈວາຍ

 ລະບົບການເຜົາຜານຊະງັກ 

ການສືກສາໃນປີ 2010 ຊື່ງຖືກຕີພີມໃນໜັງສື The Water Secret ຂອງ ດຣ Howard Murad ພົບວ່າຄົນທີ່ມີລະບົບການເຜົາຜານທີ່ດີ ມີສາເຫດມາຈາກປະລິມານນ້ຳໃນຮ່າງກາຍທີມີຢ່າງພຽງພໍ ຊື່ງການດື່ມນ້ຳຢ່າງພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍຈະເຮັດໃຫ້ອັດຕາຄວາມໄວໃນການເຜົາຜານອາຫານຂະນະທີ່ພັກໄວຂຶ້ນເມື່ອທຽບໃສ່ກັບຄົນທີ່ດື່ມນ້ຳໜ້ອຍ ຫຼື ດື່ມນ້ຳບໍ່ພຽງພໍ.

ดื่มน้ำ

ສະໝອງເຮັດວຽກບໍ່ປົກກະຕິ

ການສືກສາຂອງ King College ໃນປີ 2011 ພົບວ່າພາວະຂາດນ້ຳ ສົ່ງຜົນກະທົບຕໍ່ສະໝອງຂອງໄວລຸ້ນໂດຍກົງ ເພາະເມື່ອຂາດນ້ຳ ສະໝອງຈະເຮັດວຽກໄດ້ບໍ່ເຕັມທີ່ເຮັດໃຫ້ແມ້ແຕ່ປັນຫາທີ່ຕ້ອງພົບເຫັນເປັນປະຈຳກໍ່ອາດຈະແກ້ໄຂໄດ້ຍາກຂື້ນ ບໍ່ຄືເວລາທີ່ສະໝອງໄດ້ຮັບນ້ຳຢ່າງພຽງພໍ ແຕ່ອາການເຫຼົ່ານີ້ຈະຫາຍໄປກໍ່ຕໍ່ເມື່ອສະໝອງໄດ້ຮັບນ້ຳຢ່າງພຽງພໍ.

ກິນຫຼາຍຂຶ້ນ 

ການສືກສາໃນປີ 2010 ກັບຄົນ 45 ຄົນ ໂດຍສະຖາບັນວິໄຈດ້ານສາທາລະນະສຸກ ແລະ ນ້ຳ ພົບວ່າ ຜູ້ທີ່ດື່ມນ້ຳຢ່າງໜ້ອຍ   450 ມິລີລິດ ກ່ອນຮັບປະທານອາຫານຈະເຮັດໃຫ້ຮັບປະທານອາຫານໄດ້ໜ້ອຍລົງ 75 -90 ແຄຣວລີ ເມື່ອທຽບກັບຄົນທີ່ດື່ມນ້ຳໜ້ອຍຊື່ງຈະຮັບປະທານຫຼາຍຂຶ້ນ ນອກຈາກນີ້ຜູ້ທີ່ດື່ມນ້ຳຫຼາຍໆ ຈະສາມາດລົດນ້ຳໜັກໄດ້ຫຼາຍກວ່າ  5 ປອນ (2.3 Kg) ພາຍໃນ 3 ເດືອນ ຊື່ງຫຼາຍກ່ວາຜູ້ທີ່ບໍ່ຍອມດື່ມນ້ຳອີກດ້ວຍ.

ຜິວພັນຫ່ຽວຍານ ແລະ ໝອງຄ້ຳ

ມີການສືກສາໜື່ງພົບວ່າ ນ້ຳມີສ່ວນສຳຄັນໃນການເຮັດໃຫ້ຜິວພັນເປັງປັ່ງ ແລະ ເບີ່ງອ່ອນເຍົາຊື່ງຫາກເກີດພາວະຂາດນ້ຳ ຫຼື ດື່ມນ້ຳບໍ່ພຽງຕິດຕໍ່ກັນເປັນເວລາດົນ ກໍ່ຈະເຮັດໃຫ້ຜິວພັນເກີດຮ່ອງຮ່ອຍ, ເບີ່ງແກ່ກ່ອນໄວ, ນອກຈາກນີ້ຍັງເຮັດໃຫ້ຜີວພັນໝອງຄ້ຳລົງອີກດ້ວຍ.

ดื่มน้ำไม่พอ

 ຫງຸດຫງິດງ່າຍ

ການດື່ມນ້ຳບໍ່ພຽງພໍຈົນເຮັດໃຫ້ຮ່າງກາຍເກີດການຂາດນ້ຳ ເປັນສາເຫດເຮັດໃຫ້ອາລົມແປປ່ວນໄດ້ ໂດຍການສືກສາໃນປີ 2009 ຊື່ງເຮັດການສືກສາປຽບທຽບລະຫວ່າງຜູ້ທີ່ອອກກຳລັງກາຍຢ່າງຕໍ່ເນື່ອງ 60-75 ນາທີໂດຍບໍ່ມີການດື່ມນ້ຳ ແລະ ກຸ່ມທີ່ມີການດື່ມນ້ຳຢ່າງພຽງພໍ ພົບວ່າ ຜູ້ທີ່ມີພາວະຂາດນ້ຳ ຈະເກີດອາການອ່ອນເພຍ, ສັບສົນ, ຫງຸດຫງິດ ແລະ ມີອາການຊືມເຊົ້າຫຼາຍກ່ວາກຸ່ມທີ່ມີການດື່ມນ້ຳຢ່າງພຽງພໍ.

ຮູ້ແບບນີ້ແລ້ວກໍ່ຄວນດື່ມນ້ຳໃຫ້ຫຼາຍໆ ຢ່າງໜ້ອຍວັນລະ 8 ຈອກ ມາເບີ່ງກັນວ່າເຮົາຕ້ອງດື່ມນ້ຳເວລາໃດ ແລະ ປະລິມານເທົ່າໃດ.

ຕື່ນນອນຕອນເຊົ້າ 1 ຈອກ ເພາະເປັນຊ້ວງທີ່ມີຄວາມເຂັ້ມຂົ້ນຂອງເລືອດສູງ ເລືອດຈະມີລັກສະນະຂາດນ້ຳ;

ຕອນສວຍໆ ປະມານ 2 ແກ້ວ ຊ້ວງນີ້ເປັນຊ້ວງທີ່ມີຂອງເສຍເກີດຂຶ້ນ ເພາະຮ່າງກາຍໄດ້ເຮັດວຽກໄປໄລຍະໜື່ງແລ້ວ ສະນັ້ນຈື່ງຕວນດື່ມນ້ຳເພື່ອມາຊຳລະຂອງເສຍເຫຼົ່ານັ້ນອອກໄປ;

ຕອນບ່າຍໆ ແລະ ຕອນແລງ ປະມານ 3 ແກ້ວ

ກ່ອນນອນໃຫ້ດື່ມນ້ຳອິກ 1 ແກ້ວ ເພື່ອໃຫ້ນ້ຳທີ່ດື່ມໄຫຼວຽນຊະລ້າງສີ່ງຕົກຄ້າງໃນລຳໃສ ແລະ ກະເພາະອາຫານ ແລະ ຍີ່ງຖ້າເປັນນ້ຳອຸ່ນແລ້ວຍີ່ງຈະຊ່ວຍໃຫ້ນອນຫຼັບສະບາຍຍີ່ງຂຶ້ນ.

          ການດື່ມນ້ຳບໍ່ພຽງສົ່ງຜົນເສຍຊຳໃດ ຫຼາຍໆຄົນຄົງຈະໄດ້ຮູ້ກັນດີແລ້ວ ເພາະສະນັ້ນທາງທີ່ດີ ເຮົາມາດື່ມນ້ຳກັນໃຫ້ຫຼາຍຂຶ້ນດີກ່ວາ, ດື່ມນ້ຳຫຼາຍໆ ນອກຈາກຈະດີກັບຮ່າງກາຍແລ້ວຍັງເຮັດໃຫ້ສົດຊືື້ນອີກດ້ວຍ. ເອະໆ ແລ້ວຢາຫຼົງຄິດວ່າດື່ມນ້ຳຫັຍງກໍ່ມີປະໂຫຍດຄືກັນ ເພາະຈັງໃດກໍ່ບໍ່ມີເຄື່ອງດື່ມຊະນິດໃດທີ່ດີຮ່າງກາຍໄປຫຼາຍກ່ວານ້ຳດື່ມລ້າໆ.  
ທີມາ: https://kapook.com

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *