ຕຸກ PET ບັນຈຸນ້ຳດື່ມ “ບໍ່ຄວນໃຊ້ຊ້ຳ ແລະ ຕາກແດດ” ແມ່ນແທ້ບໍ່!!

ປະຈຸບັນ ຜູ້ບໍລິໂພກ ນິຍົມບໍລິໂພກນ້ຳດື່ມຈາກຕຸກນ້ຳພັດສະຕິກແບບຕຸກ  PET ເພາະສະດວກຊື້ ສະດວກໃຊ້ ແລະ ສະອາດປອດໄພ ແຕ່ຫຼາຍຄົນອາດຍັງບໍ່ຮູ້ແທ້ຈີງ ແລະ ໄປເຊື່ອຕາມຄຳບອກກ່າວທີ່ວ່າ:

“ຄວນໃຊ້ຕຸກພຽງຄັ້ງດຽວແລ້ວຖີ້ມ ບໍ່ຄວນນຳໄປບັນຈຸນ້ຳດື່ມຊ້ຳ ເພາະອາດຈະເກີດອັນຕະລາຍ ແມ່ນແທ້ ຫຼື ບໍ່ !”

“ເມື່ອຕຸກນ້ຳຕາກແດດ ອາດຈະເຮັດໃຫ້ເກີດສານອັນຕະລາຍຈາກພັດສະຕິກ ແມ່ນແທ້ ຫຼື ບໍ່!”

ຂໍນຳຂໍ້ມູນຈາກສຳນັກງານຄະນະກົມອາຫານ ແລະ ຢາ (ອຢ) ມາເລົ່າສູ່ກັນຝັງດັ່ງນີ້:

1. ຕຸກນ້ຳພັດສະຕິກທີ່ໃຊ້ບັນຈຸນ້ຳດື່ມໃນປະເທດນັ້ນ ມັກຈະມີ 2 ແບບຄື: ຕຸກສີຂາວຂຸ້ນ ແລະ ຕຸກສີຂາວໃສບໍ່ມີີສີ ໂດຍພວກສີຂຸ້ນນັ້ນ ຈະເຮັດຈາກພັດສະຕິກຊະນິດ ຖພລີເອທີລີນ (PE ຫຼື polyethylene ຫຼື PE), ສ່ວນຕຸກໃສ ຈະເຮັດຈາກພັດສະຕິກຊະນິດໂພລີເອທີລີນ ເທເລບທາເລດ (polyethylene terephthalate ຫຼື PET) ຊື່ງພົບວ່າປະຈຸບັນພວກຕຸກ PET ຈະເປັນທີ່ນິຍົມໃຊ້ຫຼາຍກ່ວາຕຸກ PE

2. ຕຸກ PET ທີ່ນິຍົມໃຊ້ເຜັນຕຸກໃສໃສ່ນ້ຳນ້ຳດື່ມ ຫຼື ເຄື່ອງດື່ມຕ່າງໆ ນັ້ນຖືກຜະລິດມາໃຫ້ເປັນຕຸກທີ່ໃຊ້ຄັ້ງດຽວແລ້ວຖີ້ມ ແຕ່ສາມາດນຳກັບມາລີໄຊເຄີ້ໄດ້ໂດຍເບີງທີ່ກົ້ນຕຸກມັກຈະເຫັນເຄື່ອງໝາຍລູກສອນ ວົນເປັນ 3 ລ່ຽມນັ້ນ ມີໝາຍເລກ 1 ຢູ່ທາງກາງ ໝາຍເຖີງ ບັນຈຸພັນພັດສະຕິກນັ້ນເປັນຊະນິດ  PET

3. ຫຼາຍຄົນທີ່ນິຍົມເກັບຕຸກນ້ຳຕຸກນ້ຳໄວ້ໃນລົດ ຊື່ງບາງຄັ້ງຕ້ອງໄປຈອດຕາກແດດໝົດມື້ທີ່ມີອາກາດຮ້ອນຫຼາຍນັ້ນ ເຮັດໃຫ້ເກີດຂ່າວລືຂ່າວມົ້ວທຳນອນທີ່ວ່າ ອຸນະພູມທີ່ສູງຫຼາຍໃນລົດຈະເຮັດໃຫ້ສານເຄມີທີ່ຢູ່ໃນຕຸກພັດສະຕິກອອກມາປົນເປຶ້ອນໃນນ້ຳເຊັ່ນ: ສານ  BPA ແລະ ເປັນອັນຕະລາຍຕໍ່ຜູ້ບໍລິໂພກ ສົ່ງຜົນຕໍ່ຄວາມຜິດປົກະຕິຂອງພັນທຸກຳ ເປັນໂລກມະເຮງໄດ້

4. ສານ BPA ( ຫຼື bisphenal A) ນັ້ນ ແມ້ວ່າຈະເປັນສານທີ່ມີລັກສະນະຄ້າຍໂຮໂມນເພດ ແລະ ມີຄວາມກັງວົນກັນວ່າອາດຈະເກີດອັນຕະລາຍຕໍ່ຜູ້ບໍລິໂພກໄດ້ຖ້າໄດ້ຮັບເຂົ້າໄປຫຼາຍ ແຕ່ຄວາມຈີງແລ້ວ ມັນບໍ່ໄດ້ເປັນອົງປະກອບຂອງພັດສະຕິກທີ່ມາເຮັດເປັນຕຸກ PET ແຕ່ຢ່າງໃດ. ສານ  BPA ນີ້ ສ່ວນຫຼາຍໃຊ້ຢາຮອຍຕໍ່ຂອງໂລຫະຂອງກະປອງອາຫານ ແລະ ໃຊ້ຜະລິດພັດສະຕິກພວກໂພລີຄາໂບເນັດ  (polycarbonate ຫຼື PC) ແລະ ເຄຍນຳມາໃຊ້ໃນການຜະລິດເປັນຕຸກນົມເດັກນ້ອຍແລກເກີດ ແຕ່ປັດຈຸບັນໄດ້ມີການດດົນນະລົງໃຫ້ຍົກເລີກການໃຊ້ຜະລິດສຳລັບເຄື່ອງໃຊ້ເດັກນ້ອງແລກເກີດໄປແລ້ວ.

5.1 ນອກຈາກສານ BPA ກໍ່ຍັງມີສານເຄມີຕົວອື່ນທີ່ແຊກັນວ່າອອກມາຈາກສວນ PET ອິກ ເຊັ່ນ ສານໄດອອນຊີນ (dionxin) ແລະ ສານພີຊີບີ PCB ດັ່ງນັ້ນ ກົມວິທະຍາສາດການແພດ ກະຊວງສາທາລະນະສຸກ ຈື່ງໄດ້ເຮັດການທົດລອງເອົານ້ຳດື່ມທີ່ບັນຈຸໃນຕຸກພັດສະຕິກທີ່ຈຳນາຍຂາຍໃນທ້ອງຕະຫຼາດ ແລະ ຊຸບເປີມາເກດ ຈຳນວນ 18 ຍີ່ຫໍ້ ໄປວາງໄວ້ໃນລົດທີ່ຈອດກາງແດດເປັນເວລາ 1ວັນ ແລະ 7 ວັນ;

5.2 ຈາກນັ້ນຕຸກວິເຄາະສານສານປະກອບກຸ່ມ Dionxin ຈຳນວນ 17 ຕົວ ແລະ  PCB ຈຳນວນ 18 ຕົວ ໂດຍໃຊ້ເທກນິກຂັ້ນສູງ  Isotope Dilution ແລະ ວັດປະລິມານດ້ວຍເຄື່ອງມື  High Resolution Gas Chromatography/High Resolution Mass Spectrometry … ຜົນການວິເຄາະສະຫຼຸບວ່າ: ຕຸກບໍ່ພົບສານປະກອບກູ່ມ  Dionxin ແລະ  PCB ໃນທຸກຕົວຢ່າງນ້ຳດື່ມບັນຈຸຕຸກ(ເບີ່ງ:  https://www.hiso.or.th/hiso5/healthy/news.php?names=08&news_id=5429 )

6. ແທ້ຈີງແລ້ວ ສານເຄມີທີ່ເປັນອົງປະກອບຂອງຕຸກ PET ແລະ ອາດຈະມີອອກມາຈາກພັດສະຕິກຊະນິດນີ້ໄດ້ນັ້ນກໍ່ມີຢູ່ ຕົວຢ່າງເຊັ່ນ: ສານ ອາຊິທອນດີໄຮ  (acetaldehyde) ແຕ່ມີປະລິມານໜ້ອຍຫຼາຍ ແລະ ບໍ່ໜ້າເປັນກັງວົນ ໂດຍສານ ອາຊິທອນດີໄຮ ນີ້ແຄ້ອາດເຮັດໃຫ້ນ້ຳລ້າໃນຕຸກ ມີກີ່ນທີ່ບໍ່ໜ້າດື່ມ ( ເບີງ: https://en.wikipedia.org/wiki/Polyethylene_terephthalate)

7. ສານອີກ 2 ຕົວ ທີ່ມີຄົນກັງວົນເຊັ່ນກັນວ່າອາດຈະປົນເປຶ້ອນມາໃນນ້ຳດື່ມ ເມື່ອຕຸກນັ້ນຖືກຕາກແດດຖີ້ງໄວ້, ຖືກຄວາມຮ້ອນເປັນເວລາຍາວນານຄື ສານ ພຣາເລດ    (phthalate) ແລະ ສານ ພຣວງ (antimony) … ແຕ່ຈາກງນວິໄຈໃນປະເທດອັງກິດ ເມື່ອປີ:  2012 ພົບວ່າຖ້າຈະໃຫ້ລະດັບຂອງສານເລົ່ານີ້ລະລາຍອອກຢູ່ໃນນ້ຳດື່ມບັນຈຸຕຸກຈົນເກີນມາດຕະຖານ EU ກຳນົດໄວ້ນັ້ນ ຕຸກນ້ຳດັ່ງກ່າວຈະຕ້ອງຕັ້ງໄວ້ໃນບ່ອນທີ່ມີອຸນຫະພູມສູງເກີນ  60 ອົງສາເຊວຊຽດ, ນານເປັນເວລາເກີນ 11 ເດືອນ (ເບີ່ງລາຍລະອຽດ: https://en.wikipedia.org/wiki/Polyethylene_terephthalate#Safety)

8. ໃນປະເທດໄທນັ້ນ ມາດຕະຖານຂອງຕຸກ PET ທີ່ກະຊວງສາທາລະນະສຸກໄດ້ກຳນົດໄວ້ ລະບຸວ່າຕ້ອງຫົນຕໍ່ຮ້ອນສູງຕັ້ງແຕ່ 60 ເຖີງ 95 ອົງສາເຊວຊຽດ ໄດ້ໂດຍເຄີຍມີການສຸ່ມກວດຕຸກນ້ຳ PET ກວ່າ 10 ບໍລິສັດ ແລະ ເຫັນວ່າ ປະລິມານຂອງສານຕ່າງໆ ທີ່ລະລາຍອອກມານັ້ນ ບໍ່ໄດ້ສູງເກີນມາດຕະຖານ  ( ຂໍ້ມູນອ້າງອີງ: http://dmsc2.dmsc.moph.go.th/webroot/BQSF/File/VARITY/recycle_plastic.htm)

9. ແນວໃດກໍຕາມຈາກການທີ່ຕຸກ PET ຖືກອອກແບບມາໃຫ້ໃຊ້ພຽງເທື່ອດຽວແລ້ວຖີມ ດັ່ງນັ້ນ ການທີ່ບາງຄົນນິຍົມນຳມາໃສ່ນ້ຳບໍລິໂພກຊ້ຳໆ ຫຼາຍເທື່ອ ທາງກະຊວງສາທາລະນະສຸກ ບໍ່ແນະນຳໃຫ້ເຮັດຕາມ ຊື່ງເຫດຜົນບໍ່ແມ່ນຍ້ານວ່າຈະມີສານເຄມີລະລາຍອອກມາຈາກການໃຊ້ຕຸກຊ້ຳ  ແຕ່ເປັນເພາະວ່າອາດຈະມີເຊື້ອໂລກ ແລະ ສີ່ງສົກກະປົກຕ່າງໆ ຕົກຄ້າງຖ້າລ້າງທຳຄວາມສະອາດບໍ່ດີກ່ອນທີ່ຈະໃສ່ນ້ຳລົງໄປໃໝ່  (ໂດຍສະເພາະບໍລິເວນປາກຕຸກນັ້ນ ຖ້າລ້າງບໍ່ສະອາດ ອາດຈະເປັນບ່ອນສະສົມເຊື້ອໂລກໄດ້).

10. ບາງຄົນບອກວ່າ: ເກັບຕຸກນ້ຳດື່ມທີ່ດື່ມແລ້ວບາງສ່ວນໄວ້ໃນລົດທີ່ຈອດຕາກແດດເມື່ອກັບມາດື່ມໃໝ່ວັນຫຼັງພົບວ່າມີກີ່ນເໝັນເກີດຂຶ້ນໃນເປັນກີ່ນຈາກສານເຄມີອອກມາແມ່ນບໍ່ ? ຄຳຕອບແມ່ນບໍ່ແມ່ນ ແຕ່ເປັນກີ່ນທີ່ເກີດຈາກເຊື້ອຈຸລີນຊີໃນຊ້ອງປາກຂອງເຮົາ ປົນລົງໄປໃນນ້ຳ ແລະ ຈະເລີນເຕີບໂຕພ້ອມກັບສ້າງກີ່ນຂຶ້ນ ເວົ້າງ່າຍໆ ກໍ່ຄື ກີ່ນປາກຂອງເຮົານັ້ນເອງ.

ສະຫຼຸບ : ນ້ຳດື່ມບັນຈຸຕຸກPET ແລະ ເກັບໃນລົດທີ່ຈອດຕາກແດດນັ້ນບໍ່ໄດ້ອັນຕະລາຍ, ບໍ່ໄດ້ມີສານກໍ່ເກີດມະເລັງປົນເປື້ອນ ຕົວຂອງຕຸກPET ເອງກໍ່ສາມາດເກັບນ້ຳດື່ມໄວ້ໄດ້ດົນນານຖ້າຍັງບໍ່ໄດ້ເປີດຕຸກ(ແຕ່ກໍ່ຄວນຈັດເກັບໃນບ່ອນທີ່ບໍ່ຮ້ອນ ບໍ່ແມ່ນເອົາໄປຕາກແດດໄວ້ເວລາຫຼາຍເດືອນ) ແລະ ຖ້າບໍ່ຈຳເປັນບໍ່ຄວນເອົາມາໃຊ້ຊ້ຳ ກໍດ້ວຍສາເຫດເຊື້ອໂລກ ແລະ ສີ່ງສົກກະປົກອາດຈະເຂົ້າໄປຕົກຄ້າງໃນຕຸກ, ບໍ່ແມ່ນເພາະສານອັນຕະລາຍຈາກຕົວຕຸກພັດສະຕີກແຕ່ຢ່າງໃດ.

 

ເພີ່ມເຕີມ: ນ້ຳດື່ມ SONA ກໍ່ໃຊ້ຕຸກແບບ PET ຊື່ງມາດຕະຖານ ບໍ່ຕ່າງຈາກທີ່ໃຊ້ ໃນປະເທດເລີຍ

ອ້າງອີງ: https://mgronline.com

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *