
1. ດື່ມນ້ຳຫຼາຍໆ
ນ້ຳເປັນສີ່ງທີ່ສຳຄັນຫຼາຍ ເພາະກ້າມເນື້ຶອຂອງເຮົາປະກອບດ້ວຍນ້ຳເຖີງ 75% ຖ້າສູນເສຍນ້ຳໄປປະມານ 2-3% ກໍຈະເຮັດໃຫ້ຄວາມແຂງແກ່ງຕົກລົງໄປເຖີງ 10% ແລ້ວ ແຖມຍັງເຮັດໃຫ້ລະບົບຕ່າງໆ ໃນຮ່າງກາຍເຮັດວຽກບໍ່ໄດ້ເຕັມປະສິດທີພາບດ້ວຍ ເມື່ຶອເຮົາຮູ້ເຊັ່ນນັ້ນຢ່າປ່ອຍໃຫ້ຮ່າງກາຍຢູ່ໃນພະວະຂາດນ້ຳ (Dehydration) ຄວນດື່ມນ້ຳຢ່າງໜ້ອຍວນລະ 2 ລິດ ເພື່ອລໍ່ລ້ຽງເຊວໃນຮ່າງກາຍ ຮັກສາລະດັບຄວາມເຂັ້ມຂົ້ນຂອງເລືອດ ຊື່ງຈະເຮັດໃຫ້ເຮົາສົດຊື້ນ, ມີພະລັງໄປຕະຫຼອດວັນ.
2. ອາຫານເຊົ້າຫ້າມຂາດ
ຕື່ນສວຍແຕ່ຕ້ອງຟ້າວໄປເຮັດວຽກ ອົດອາຫານເຊົ້າຄົງບໍ່ເປັນຫຍັງ ? ຄົນໃນເມືອງສ່ວນຫຼາຍມັກຄິດ ແບບນີ້ແຫຼະ ແຕ່ນັ້ນຄືສາເຫດທີ່ເຮັດໃຫ້ສະໝອງບໍ່ແລ່ນ, ເຮັດຫັຍງກາເຊື່ອງຊ້າ, ຂາດຄວາມກະຕືລືລົນ ແລະ ຍັງເຮັດໃຫ້ອ້ວນຂຶ້ນໄດ້ອີກຕ່າງຫາກເພາະການບໍ່ທານມື້ເຊົ້າຈະເຮັດໃຫ້ລະບົບເຜົາຜານເລີ້ມຕົ້ນຊ້າລົງ ລະດັບນ້ຳຕານໃນເລືອດຕຳລົງ ເຮົາຈື່ງຮູ້ສືກຫີວຢູ່ຕະຫຼອດເວລາ ກໍເລີຍຕ້ອງກີນຫຼາຍຂຶ້ນເພື່ອທົດແທນຄວາມຫີວ ແຖມອາຫານທີ່ເລືກທານກໍມັກຈະເປັນເຂົ້າໜົມນົມເນີຍແສນອະລອຍອີກດ້ວຍ.
ນອກຈາກນີ້ ຍັງ່ສຽງຕໍ່ໂລກຫຼອດເລືອດສະໝອງ ແລະ ຫົວໃຈອີກຕ່າງຫາກ ເພາະໃນຕອນເຊົ້າເລືອດໃນ່າງກາຍມີຄວາມເຂັ້ມຂົ້ນສູງເຮັດໃຫ້ເສັ້ນເລືອດທີ່ສົ່ງໄປລ້ຽງສະໝອງ ຫຼື ຫົວໃຈເກີດການອຸດຕັນໄດ້. ແຕ່ອາຫານເຊົ້າຈະຊ່ວຍເຈືອຈາງລະດັບຄວາມເຂັ້ມຂົ້ນໃນເລືອດໄດ້ເພາະສະນັ້ນ ຟ້າວປານໃດກໍ່ຫ້າມອົດ !
3. ເລືອກທານຄາໂບໄຮເລດໃຫ້ດີ ເນັ້ນພັນພືດຍັງບໍ່ທັນຂັດສີ
ຄາໂບໄຮເລດເປັນສານອາຫານສຳຄັນທີ່ຊ່ວຍເພີ່ມພະລັງງານໃຫ້ເຮົາແຕ່ຖ້າຈະໃຫ້ດີຄວນເລືອກຄາໂບໄຮເລດທີ່ຍັງບໍ່ທັນໄດ້ຂັດສີເຊັ່ນ: ເຂົ້າກ້ອງ, ເຂົ້າໂອດ, ພາດຕ້າໂຮດວີດ, ໂຮດເກນ ເພາະຄາໂບໄຮເລດທີ່ຜ່ານການຂັດສີແລ້ວ ເຊັ່ນ ເຂົ້າຂາວ, ເຂົ້າໝົມປັງຂາວ, ພາດຕ້າ, ແປ້ງຂາວ, ມີກາກໄຍອາຫານຢູ່ໜ້ອຍຫຼາຍ, ຮ່າງກາຍເຮົາຈື່ງອອກແຮງໜ້ອຍຫຼາຍໃນການຍ່ອຍ ແລະ ດູດຊືມອາຫານເຫຼົ່ານີ້ ເຮັດໃຫ້ລະດັບອີນຊູລິນພຸ້ງຂຶ້ນສູງຢ່າງວ່ອງໄວ ເພື່ອໄປຂະຈັດນ້ຳຕານປະລິມານຫຼາຍທີ່ເຂົ້າມາຢ່າງວ່ອງໄວ ແລ້ວເຮັດໃຫ້ລະດັບພະລັງງານພຸ້ງຂຶ້ນໆ ລົງໆ ຢ່າງວອງໄວ.
ແຕ່ຄາໂບໄຮເລດທີ່ຍັງມີກາກໄຍຢູ່ຈະຄ່ອຍໆ ໃຫ້ພະລັງງານຢ່າງຊ້າໆ ເຮັດໃຫ້ການລັງອີນຊູລີນຄົງທີ່ ລະດັບນ້ຳຕານໃນເລືອດ ແລະ ລະດັບພະລັງງານກໍຈະຄົງທີ່ດ້ວຍ.
4. ກີນໜ້ອຍໆ ແຕ່ກີນເລື້ອຍໆ
ເຮົາມັກໄດ້ຍີນຄົນເວົ້າວ່າ “ກິນຈຸບຈິບຈະເຮັດໃຫ້ອ້ວນ” ແຕ່ທີ່ຈີງແລ້ວຖ້າເຮົາເລືອກອາຫານທີ່ທານກໍບໍ່ເຮັດໃຫ້ອ້ວນດອກ, ກົງກັນຂ້າມຍັງເຮັດແບບໃຫ້ຈ່ອຍລົງໄດ້ດ້ວຍ ເພາະການທານອາຫານຫ່າງກັນຢ່າງໜ້ອຍທຸກໆ 2 ຊົວໂມງ ຈະຊ່ວຍຄວບຄຸມໃຫ້ລະບົບການເຜົາຜານສາມາດເຮັດວຽກໄດ້ຕະຫຼອດວັນ ດັ່ງນັ້ນເຮົາກໍຄວນຈະແບ່ງອາຫານອອກເປັນ 5-6 ຄາບຕໍ່ວັນ ຄື 3 ຄາບຫຼັກໆ (ເຊົ້າ-ສວຍ-ແລງ) ກັບ 2-3 ຄາບອາຫານວ່າງ ທີ່ບໍ່ແມ່ນເຂົ້າໜົມນົມເນີຍ ແຕ່ເລືອກເປັນຄາໂບໄຮເລດໄຂມັນຕ່ຳ ຫຼື ໂປຼຕີນ ເຊັ່ນ ນົມ 1 ຈອກ ພ້ອມຜົນລະໄມ້ຈັກໜ້ອຍ, ໂຍເກີດໄຂມັນຕ່ຳ, ແຄຣກເກີກັບທູນ້າ.

5. ລົດເກືອເຄື່ອງປູງລົດ
ເກືອໃນທີ່ນີ້ບໍ່ໄດ້ໝາຍເຖີງເຄື່ອງປຸງເກືອຢ່າງດຽວ ແຕ່ລວມທັງຜະລິດຕະພັນຕ່າງໆ ທີ່ມີເກືອແຝງມານຳໂດຍເຮົາບໍ່ໄດ້ນືກຖີງທີ່ໄກ້ຕົວກໍຢ່າງເຊັ່ນ: ພີກນ້ຳປາ, ຊອດພີກ, ຊອດໝາກເລັ່ນ, ຊອດຫອຍນາງລົມ ທີ່ເຮົາມັກໃຊ້ປຸງລົດໃນອາຫານໃຫ້ແຊບ ຍັງບໍ່ລວມເຖີງອາຫານແຊ່ແຂງ, ອາຫານສຳເລັດຮູບ ລວມທັງເຂົ້າໜົມປັງ ທີ່ມີໂຊດ້ຽມຜະສົມຢູ່ອີກພຽບ ຊື່ງຫາກທານໂຊດ້ຽມຫຼາຍເກີນໄປ ໂລກໝາກໄຊ່ຫຼັງ ແລະ ຄວາມດັນເລືອດສູງຈະມາເຢືອນໄດ້ ຮູ້ແລ້ວລົດ ລະ ລ້ຽງ ຈຳກັດປະລິມານໃຫ້ພໍເໝາະສົມ.
6. ຖອຍຫ່າງນ້ຳຕານ
ຈະບອກໃຫ້ວ່າ “ນ້ຳຕານ” ຫວານຊາຍຮ້າຍຈີງໆ ເພາະບໍ່ແມ່ນແຄ່ເຮັດໃຫ້ອ້ວນ, ປ່ວຍເປັນເບົາຫວານແຕ່ຍັງເປັນສາເຫດຂອງໂລກຫົວໃຈ ແລະ ຫຼອດເລຶອດ ເພີມລະດັບຄໍເລດເຕີລໍ້ທີ່ບໍ່ດີ, ເຮັດໃຫ້ອາລົມແປປ່ວນຜິວພັນຫ່ຽວຍົ້ນກ່ອນໄວ.
ແລ້ວທີ່ເປັນຕາຍ້ານກໍຄື: ເມື່ອເຮົາທານຫວານຫຼາຍໆ ຕິດເປັນນິໃສສະໝອງກໍຈະຫຼັ່ງສານແຫ່ງຄວາມສຸກທີ່ເອີ້ນວ່າ “ໂອປີອອຍ (Opioid) ແລະ “ໂດພາມີນ” (Dopamine) ອອກມາ ເຮັດໃຫ້ເຮົາຂາດຄວາມຫວານບໍ່ໄດ້ ເໝືອນກັບຕິດຢາ ແຕ່ຖ້າເຮົາຄ່ອຍໆລົດປະລິມານຄວາມຫວານລົງທີລະໜ້ອຍ ສຸດທ້າຍກໍຈະເຄີຍຊີນກັບອາຫານທີ່ບໍ່ມີລົດຫວານໄປໄດ້ເອງເພາະສະນັ້ນພະຍາຍາມລົດປະລິມານນ້ຳຕານທີ່ໃສ່ລົງໃນອາຫານ ລວມທັງຫຼີກລ້ຽງເຂົ້າໜົມຫວານໆທັງຫຼາຍເພື່ອສຸຂິພາບທີ່ດີ.

7. ເນັ້ນຜັກ, ໝາກໄມ້
ຂໍ້ນີ້ສຳຄັນຫຼາຍ ເພື່ອທີ່ຮ່າງກາຍໄດ້ຮັບແຮ່ທາດວິຕາມິນຢ່າງຄົບຖ້ວນ ລວມທັງສານພືກສາດເຄມີຊື່ງມີສານຕ້ານອະນີມູນອິດສະຫຼະສູງ ຊ່ວຍຕ້ານໂລກອິກທັງຍັງມີກາກໄຍອາຫານທີ່ຊ່ວຍຟື້ນຟູລະບົບຂັບຖ່າຍດັ່ງນັ້ນຕ້ອງທານຜັກໝາກໄມ້ໃຫ້ໄດ້ວັນລະ 8-9 ສ່ວນ ແລະ ເລືອກທານໝາກໄມ້ໃຫ້ຄົບທຸກສີເຊັ່ນ:
ສີແດງ : ໝາກເລັ່ນ, ແຕງໂມ, ໝາກພີລາ ແລະ ສະຕໍເບີລີ້
ສີເຫຼືອງ-ສົມ : ແຄຫຼອດ, ສາລີ, ໝາກອື ແລະ ໝາກຮຸ່ງ
ສີຂຽວ : ຜັກກາດດອກ, ກາດນາ, ກະລ່ຳປີ, ຜັກກາດຂາວ, ບວບ, ຕຳນີນ ແລະ ຜັກບົ້ງ
ສີຂຽວ : ຫົວຜັກກາດຂາວ, ແອບເປີ້ນ, ຫອມຫົວໃຫຍ່, ກະທຽມ ແລະ ດອກແຄ
ສີມ້ວງ : กກຳລ່ຳປີມ້ວງ, ດອກອັນຊັນ, ໝາກເຂືອຫຳມ້າ ແລະ ບູເບີລີ້

8. ເລືອກໄຂມັນໃຫ້ຖືກ
ບໍ່ແມ່ນວ່າຍ້ານອ້ວນ ຍ້ານໂລກ ແລ້ວຈະຫຼີກໄຂມັນໄປທັງໝົດ ເພາະໄຂມັນແມ່ນສານອາຫານທີ່ ສຳ ຄັນທີ່ຮ່າງກາຍຕ້ອງການ. ທັງສອງໃຫ້ພະລັງງານ ເສີມສ້າງລະບົບພູມຕ້ານທານ ຊ່ວຍໃນການຂົນສົ່ງອົກຊີ ແລະຮັກສາເມັດເລືອດແດງທີ່ມີສຸຂະພາບດີ ແຕ່ພວກເຮົາຍັງຄວນເລືອກໄຂມັນທີ່ມີປະໂຫຍດຕໍ່ສຸຂະພາບເຊັ່ນ: ໄຂມັນໂອເມກ້າ -3 ຈາກປາທະເລ, ໄຂມັນຜັກທີ່ມີຢູ່ໃນແກ່ນແລະ ໝາກ ອະໂວກາໂດເຊິ່ງສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງຂອງໂລກຫົວໃຈ. ແລະໂຣກສະ ໝອງ ເສື່ອມ
ສ່ວນໄຂມັນທີ່ຄວນເອົາໃຈໃສ່ແມ່ນ ໄຂມັນສັດ ລວມທັງໄຂມັນທຣານ ທີ່ພົບເຫັນຢູ່ໃນເນີຍທຽມ, ມາກາລີນ, ເບີເກີລີ, ເຂົ້າໜົມເຄັກ, ໂດນັດ ແລະ ອື່ນໆ, ເຊິ່ງທັງຫມົດແມ່ນແຊບປາກ, ເຫັນແລ້ວຕ້ອງຍັ້ງໃຈໄວ້ແດ່, ຖ້າອົດບໍ່ໄຫວກໍ່ໃຫ້ກີນໜ້ອຍໆ ແລະ ດົນໆ ຄ່ອຍກີນທີ .
9. ທານລົດສົ້ມກ່ອນມື້ຫຼັກ
ແອງເຈລ່າ,ຮານເດັນ ນັກທຳມະຊາດບຳບັດ ແລະນັກຢາພື້ນເມືອງ ແນະນຳ ໃຫ້ກິນອາຫານສົ້ມກ່ອນອາຫານຫຼັກ. ເພື່ອຊ່ວຍກະຕຸ້ນການລັງເອນໄຊໃນການຍ່ອຍອາຫານ ເຮັດໃຫ້ພວກເຮົາໄດ້ຮັບສານອາຫານ ຈາກອາຫານທີ່ກີນເຂົ້າໄປໄດ້ຫຼາຍຂື້ນ ແລະ ນັ້ນຍັງເຮັດໃຫ້ພວກເຮົາມີພະລັງງານຫຼາຍຂຶ້ນນອກຈາກນີ້ມັນຍັງຊ່ວຍໃຫ້ລະບົບຍ່ອຍອາຫານມີປະສິດຕິພາບສູງຂື້ນ ຮູ້ແລ້ວກໍລອງບີບນ້ຳໝາກນາວສົດປະສົມເຂົ້າໃນນ້ຳ ຫຼືປະສົມນ້ຳສົ້ມສາຍຊູແອບເປີ້ນໄຊເດີກັບນ້ຳ ແລະ ດື່ມມັນກ່ອນກິນເຂົ້າ

10. ຫຼິກເນື້ອແດງເນັ້ນເນື້ອຂາວ
ມີຜົນການວິໄຈຫລາຍອັນສະແດງໃຫ້ເຫັນວ່າ ຖ້າທ່ານກິນຊີ້ນແດງຫລາຍເກີນໄປເຊັ່ນ: ຊີ້ນ ໝູ ແລະຊີ້ນງົວ. ອາດຈະເຮັດໃຫ້ເກີດມະເລັງໃນຮ່າງກາຍ ຈາກການ ນຳ ຊີ້ນແດງມາປຸງແຕ່ງອາຫານໃນອຸນຫະພູມຮ້ອນທີ່ສຸດ ໃນຂະນະທີ່ກິນຊີ້ນ ໝູ, ຊີ້ນແດງທີ່ປຸງແຕ່ງແປຮູບເຊັ່ນ: ເບຄ້ອນ, ໄສ້ກອກ ຫລື ຮອດດອກ ກໍຈະຍີ່ງເພີ່ມຄວາມສ່ຽງຕໍ່ການເປັນໂຣກຫົວໃຈຫຼາຍຂຶ້ນ ແຕ່ການກິນຊີ້ນຂາວເຊັ່ນ: ໄກ່, ປາ ສາມາດຊ່ວຍຫຼຸດໂອກາດທີ່ຈະເປັນມະເຮັງຕັບໄດ້.
ເຫັນຂໍ້ມູນແບບນີ້ ບໍ່ແມ່ນວ່າເຈົ້າຈະບໍ່ກິນຊີ້ນແດງເລີຍ ແລະ ໄປກິນແຕ່ຊີ້ນຂາວທຸກໆຄາບທຸກໆມື້ເພາະບໍ່ວ່າຈະເປັນອາຫານຫຍັງກໍ່ຕາມ ຖ້າກິນຫລາຍເກີນໄປກໍ່ບໍ່ດີເລີຍ, ສະນັ້ນ, ຄວນກິນໃນປະລິມານທີ່ເໝາະສົມ ຄື ຄວນກິນຊີ້ນສີແດງປຸງແຕ່ງບໍ່ເກີນ 50-100 ກຼາມ ຕໍ່ມື້, ສ່ວນເນື້ອປາຄວນກິນ 2-3 ຕໍ່ອາທິດ. ໃນຂະນະທີ່ເນື້ອໄກ່ບໍ່ຕິດມັນກິນໄດ້ມື້ລະ 1-2 ຄາບ.
ຫວັງວ່າ ຄຳ ແນະ ນຳ ເຫຼົ່ານີ້ ຈະຊ່ວຍເຮັດໃຫ້ທຸກຄົນມີສຸຂະພາບແຂງແຮງ ໃຫ້ເລີ່ມຕົ້ນດ້ວຍການເລືອກອາຫານ.