ດື່ມນ້ຳບໍ່ພຽງພໍແມ່ນບໍ່ ? 10 ສັນຍານນີ້ບອກໄດ້

สัญญาณ ดื่มน้ำไม่พอ

ດື່ມນ້ຳບໍ່ພຽງພໍແມ່ນບໍ່ ? ຖ້າ 10 ສັນຍານນີ້ມາເຕືອນ ບອກເລີຍວ່າທ່ານຕ້ອງດື່ມນ້ຳເຂົ້າໄປອີກນະຈະ

ຊີວິດປະຈຳວັນຂອງຄົນສະໄໝນີ້ຍຸ້ງຕະຫຼອດເວລາ ຈົນເຮັດໃຫ້ບາງທີການເບີ່ງແຍງຕົວເອງງ່າຍໆ ເໍັ່ນການດື່ມນ້ຳ ເປັນສີ່ງທີ່ຫຼາຍຄົນມອງຂ້າມໄປ ແຖມດຽວນີ້ມີທັງກາເຟ ແລະ ນ້ຳຫວານອື່ນໆມາຂາຍພຽບຈົນບາງວັນແທບສິບໍ່ໄດ້ມີນ້ຳສະອາດເຂົ້າສູ່ຮ່າງກາຍເລີຍແມ້ແຕ່ໜ້ອຍໜື່ງ ຖ້າກໍາລັງສົງໃສວ່າແຕ່ລະວັນ ທ່ານ ດື່ມນ້ຳພຽງພໍ ຫຼື ບໍ່ ເວບໄຊ   Lifehack  ບອກວ່າ 10 ອາການນີ້ຈະບໍ່ເກີດຂຶ້ນແທ້ຖ້າຮ່າງກາຍໄດ້ຮັບນ້ຳພຽງພໍ

ລີມສີປາກແຫ້ງ

ນີ້ແຫຼະທີ່ເປັນສັນຍານບົ່ງບອກໄດ້ຊັດເຈນຖ້າທ່ານຂາດນ້ຳ, ຕອນໄດໃດທີ່ທ່ານຮູ້ສືກວ່າໃນປາກໜຽວໆ ຫຼື ສົກກະປົກ ນັ້ນໝາຍຄວາມວ່າ ທ່ານກຳລັງດື່ມນ້ຳບໍ່ພຽງພໍ ຖ້າແບບນັ້ນຕ້ອງມາດື່ມນ້ຳສະອາດເພື່ອໃຫ້ເມືອກ ຫຼື ເສມຫະໃນປາກ ແລະ ລຳຄໍໃຫ້ຫາຍໄປ ແລະ ທ່ານຈະຮູ້ສືກວ່າໃນຊ້ອງປາກ ແລະ ລີມສີປາກຊຸ້ມຊື້ນຂຶ້ນກ່ວາເກົ່າຫຼາຍ.

ຜິວແຫ້ງ

ຕອນໃດທີ່ຮູ້ສືກວ່າຜິວແຫ້ງຫຼາຍ ຂໍໃຫ້ນືກໄວ້ເລີຍວ່າທ່ານດື່ມນ້ຳໜ້ອຍແລ້ວ, ແລະ ຖ້າຍັງປ່ອຍໃຫ້ຜິວແຫ້ງຢູ່ຢ່າງນັ້ນ ຄວນລະວັງໄວ້ເລຍວ່າປັນຫາອື່ນໆ ຈະຕາມມາອີກພຽບ, ເພາະການຂາດນ້ຳກໍແປວ່າຂາດເຮື່ອ ແລ້ວບາດນີ້ສີ່ງສົກກະປົກ ແລະ ນ້ຳມັນກໍ່ບໍ່ຖືກຂັບອອກມາຈົນເຮັດໃຫ້ເກີດສີວ, ຖ້າບໍ່ຢາກໜ້າຍົນກໍ່ດື່ມນ້ຳຫຼາຍໆ.

ຮູ້ສືກກະຫາຍຫຼາຍເກີນໄປ

ລອງນືກເຖີງຕອນໄປກີນເຫຼົາເມົາມາເບີງເວລາຕື້ນເຊົ້າມາອີກວັນໜື່ງທ່ານຈະຮູ້ສືກກະຫາຍນ້ຳຫຼາຍເລີຍລະ ນີ້ລະຄືສັນຍານເຕືອນທີ່ບອກວ່າຮ່າງກາຍຂອງທ່ານກຳລັງຂາດນ້ຳເພາະເອວກໍຮໍເຮັດໃຫ້ຮ່າງກາຍສູນເສຍນ້ຳໄປທັງໝົດນັ້ນເອງ ຖ້າເມື່ອໄລທີ່ດື່ມນ້ຳພຽງພໍແລ້ວຮ່າງກາຍຈະຢຸດກະຫາຍນ້ຳເອງ.

สัญญาณ ดื่มน้ำไม่พอ

ປວດຂໍກະດູກ

ຮູ້ ຫຼື ບໍ່ວ່າກະດູກອ່ອນ ແລະ ກະດູກສັນຫຼັງຂອງຄົນເຮົາມີສ່ວນປະກອບຂອງນ້ຳເຖີງ 80 % ເລີຍລະ, ຊື່ງນີ້ແຫຼະກໍບົ່ງຊີ້ແນ່ນອນແລ້ວວ່າກະດູກຂອງຄົນເຮົາຂາດນ້ຳໄປບໍ່ໄດ້ເລີຍ, ຍີ່ງຖ້າດື່ມນ້ຳຢ່າງພຽງພໍອາການປວດຫຼັງຈາກການແລ່ນ, ກະໂດດ ຫຼື ກົ້ມກໍ່ຈະໜ້ອຍລົງ.

ມວນກ້າມເນື້ອລົດລົງ

ກ້າມເນື້ອຂອງຄົນເຮົາປະກອບດ້ວຍນ້ຳເປັນສ່ວນໃຫ່ຍ ຖ້ານ້ຳໃນຮ່າງກາຍນ້ອຍນັ້ນໝາຍຄວາມວ່າມວນກ້າມເນື້ອກໍຈະໜ້ອຍລົງຕາມໄປດ້ວຍ, ຊື່ງການດື່ມນ້ຳກ່ອນລະຫວ່າງ ແລະ ຫຼັງອອກກຳລັງກາຍ ບໍ່ພຽງແຕ່ຈະຊ່ວຍໃຫ້ຮ່າງກາຍຊຸ່ມຊື້ນເທົ່ານັ້ນ, ແຕ່ຍັງລົດໂອກາດການອັກເສບ ແລະ ເຈັບປວດຈາກການອອກກຳລັງກາຍໄດ້ດ້ວຍ.

ເຈັບປວດເປັນເວລາດົນນານ

ການດື່ມນ້ຳຈະຊ່ວຍໃຫ້ຮ່າງກາຍຂັບສານພດອອກໄປ ຊື່ງຫາກມື້ໃດທີ່ດື່ມນ້ຳບໍ່ພຽງພໍຮ່າງກາຍຂອງທ່ານກໍຈະສະສົມເຊື້ອໂລກຈົນເຮັດໃຫ້ເຈັບປ່ວຍຢູ່ຢ່າງນັ້ນ ຖ້າບໍ່ຢາກປ່ວຍນານຈົນອາລົມເສຍ ກໍຫັນມາດື່ມນ້ຳຫຼາຍໆ ກັນເຖາະ.

ຮູ້ສືກອ່ອນເພຍ ແລະ ເສີຍຊາ

ຖ້າມື້ໃດທີ່ດື່ມນ້ຳບໍ່ພຽງພໍ ຮ່າງກາຍຮ່າງກໍຈະຍີບຍື້ນນ້ຳມາຈາກເລືອດຂອງທ່ານ ຊື່ງນີ້ແຫຼະຈະເຮັດໃຫ້ຮ່າງກາຍຂາດອົກຊີເຈັນ ຈົນເຮັດໃຫ້ເກີດອາການງ້ວງນອນ ແລະ ເພີຍຕະຫຼອດເວລາ.

สัญญาณ ดื่มน้ำไม่พอ

ຫີວຕະຫຼອດເວລາ

ຍາມໃດທີ່ດື່ມນ້ຳບໍ່ພຽງພໍ ຮ່າງກາຍຂອງທ່ານກໍຈະເລີ້ມຕ້ອງການອາຫານ ຍາມເວລາດືກໆ ໄປຄົ້ນຕູ້ເຢັນເພື່ອຫາແນວກີນ ຫຼື ຕອນກາງວັນກໍ່ຫີວຕະຫຼອດ, ກີນແລ້ວກໍຍັງຫີວອີກນີ້ແຫຼະທີ່ເປັນສັນຍານບອກວ່າທ່ານດ ່ມນ້ຳຍັງບໍ່ພຽງພໍນັ້ນເອງ.

ທ້ອງຜຸປະຈຳ

ຖ້າຮ່າງກາຍໄດ້ຮັບນ້ຳຢ່າງພຽງພໍ ກໍ່ຈະຊ່ວຍໃຫ້ລະບົບຍ່ອຍອາຫານດີຂື້ນ ຊື່ງກໍ່ຈະເຮັດໃຫ້ທ່ານຂັບຖ່າຍດີຂຶ້ນຕາມໄປດ້ວຍ ກໍ່ຄືວ່າລະເນາະທ້ອງຜຸຍາມໃດກໍພາໃຫ້ອາຈົມໜ້ອຍທຸກຄັ້ງ.

ປັດສະວະໜ້ອຍ

ລອງສັງເກດເບີງວ່າແຕ່ລິມື້ ທ່ນເຂົ້າຫ້ອງນ້ຳຮອດ  4-7 ຄັ້ງຕໍ່ວັນ ຫຼື້ ບໍ່ ຖ້າຍັງບໍ່ຮອດນັ້ນແປວ່າທ່ານດື່ມນ້ຳບໍ່ພຽງພໍແລ້ວລະ ແລະ ຖ້າເວລາໄປເຂົ້າຫ້ອງນ້ຳຕ້ອງສັງເກດວ່າປັດສະວະເປັນສີເຫຼືອງອ່ອນ ຫຼື ເປັນສີໃສ ຫຼືບໍ່ເພາະຖ້າເປັນປັດສະວະສີເຫຼືອງເຂັ້ມ ນັ້ນແປວ່າຮ່າງກາຍຂອງທ່ານຂາດນ້ຳຈີ່ງໆ.

ວ້າວ …  ຄໍ່ໄປນີ້ຕ້ອງຫັນມາໃສໃຈໃນການດື່ມນ້ຳໃນແຕ່ລະວັນໃຫ້ຫຼາຍຂຶ້ນແລ້ວລະ ເພາະນ້ຳນີ້ແຫຼະ ເປັນສີ່ງທີ່ດີຕໍ່ຮ່າງກາຍທີ່ຫາງ່າຍສຸດໆ ແລ້ວ.

 

ທີ່ມາ: https://kapook.com

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *