Sona natural Pure Drinking Water ໄດ້ສ້າງກຽດຕິປະຫວັດຄັ້ງແລກໃນເວທີລະດັບໂລກ (ໄດ້ຮັບມອບລາງວັນຫຼຽນຄຳ)
ເມື່ອວັນທີ July 28, 2018 ໄດ້ມີການປະກາດລາງວັນ Monde Selection Quality Awards 2018 ຊື່ງຈັດໂດຍ ສະຖາບັນ Monde Selection, The International Quality Institute ຊື່ງຕັ້ງຢູ່ທີ່ກຸງ Brussels ປະເທດ Kingdom of Belgium ຊື່ງຢູ່ໃຈກາງທະວີບ Europe. ໂດຍຄັ້ງນີ້ ເປັນການຈັດທີ່ກຸງ Valencia ປະເທດ Spain ແລະ ຖືເປັນຄັ້ງແລກ ທີ່ຜະລິດຕະພັນ ນ້ຳດືມ SONA ຈາກປະເທດລາວຂອງເຮົາ ສາມາດສ້າງຊື່ສຽງໃຫ້ເປັນທີ່ຮູ້ຈັກໃນເວທີລະດັບໂລກ
ວ່າເປັນສິນຄ້າ ປະເພດນ້ຳດື່ມ ທຳມະຊາດ ທີ່ມີລົດຊາດທີ່ດີມີຄວາມໃສສະອາດ, ປອດໄພ, ບັນຈຸໃນຂວດໃສສວຍງາມ, ຄຸນນະພາບສູງ ໄດ້ມາດຕະຖານສາກົນ
ແລະໃນຄັ້ງນີ້ ທ່ານ ແສງລາຕີ ສະຫວັນຄຳ ປະທານບໍລິຫານບໍລິສັດ ສະຫວັນຄຳ ຟູດ ໄດ້ເດີນທາງໄປພ້ອມຄະນະໄປຮັບມອບໃບປະກາດພ້ອມລາງວັນຫຼຽນຄຳ ດ້ວຍຕົວເອງ
ຊື່ງເຮົາບໍລິສັດ ສະຫວັນຄຳ ຟູດ ມີຄວາມພູມໃຈ ທີ່ໄດ້ຜະລິດ ນ້ຳດື່ມ SONA ນ້ຳດື່ມຄຸນນະພາບເພື່ອສຸຂະພາບທີ່ດີ ໃຫ້ແກ່ພີ່ນ້ອງຄົນລາວ ແລະ ຜູ້ທີ່ມາຍ້ຽມຍຽນປະເທດລາວທຸກຄົນ ແລະ ເຮົາຍັງຄົງມຸ້ງມັ້ນທີ່ຈະຮັກສາມາດຕະຖານທີ່ດີຂອງເຮົາ ເພື່ອໃຫ້ເປັນຕົວຢ່າງແກ່ສິນຄ້າອື່ນໆ ທີ່ຜະລິດໃນປະເທດລາວຕໍ່ໄປ…
ອ້າງອີງ: https://www.monde-selection.com