
ປະໂຫຍດຂອງການດື່ມນ້ຳ ຊ່ວຍຮັກສາໂລກໄດ້ ແຕ່ເຊື່ອບໍ່ວ່າຫຼາຍຄົນດື່ມນ້ຳບໍ່ເປັນ ຈົນສ່ຽງຕໍ່ອາການເຈັບປ່ວຍໄດ້ງ່າຍ !
ໂລກພື້ນຖານທີ່ພົບເຫັນເລື່ອຍໆ ບໍ່ວ່າຈະເປັນອາການເຈັບຫົວ, ອາການອ່ອນເພຍ, ເຊື່ອງຊືມ ຫຼື ຮູ້ສືກງ່ວງນອນຕະຫຼອດເວລາ ແທ້ຈີງແລ້ວ ອາດເປັນເພາະເຮົາດື່ມນ້ຳບໍ່ຖືກວິທີ ຫຼື ເອີ້ນງ່າຍໆວ່າ ດື່ມນ້ຳບໍ່ເປັນນັ້ນແລະ ຊື່ງຈະວ່າໄປການດື່ມນ້ຳກໍ່ເບີ່ງເປັນເລື່ອງພື້ນຖານງ່າຍໆ ທີ່ເຮົາເຮັດກັນມາຈົນກາຍເຄີຍຊີນ ແຕ່ກັບລືມນືກເຖີງຄວາມສຳຄັນຈົນພາໂຕເອງຕ້ອງໄປສ່ຽງກັບໂລກ ແລະ ອາການເຈັບປ່ວຍອື່ນໆ ດັ້ງນັ້ນເພື່ອສຸຂະພາບທີ່ດີຂື້ນຂອງທຸກໆຄົນ ວາລະສານ Lisa ຈື່ງຂໍອາສາພາທຸກຄົນໄປຮຽນຮູ້ການດື່ມນ້ຳແບບອາຍຸຍືນຍາວ, ແຄ່ດື່ມນ້ຳໃຫ້ເປັນກໍ່ຫ່າງໄກໂລກໄດ້ງ່າຍໆ.
ໂລກພື້ນຖານປັດຈຸບັນມັກເກີດຂຶ້ນຈາກການໃຊ້ຊີວິດ ແລະ ການຮັບປະທານອາຫານຜິດໆ, ຫຼາຍໄປກ່ວານັ້ນ ທີ່ນ້າຕົກໃຈກໍຄືຄົນສ່ວນໃຫ່ຍຍັງດື່ມນ້ຳບໍ່ເປັນ ! ນີ້ເປັນເລື້ອງງ່າຍທີ່ເຮົາມັກລະເລີຍຈົນກາຍເປັນເລື້ອງຍາກ, ເລື່ອງທຳມະຊາດ ແລະ ກ່ວາຈະຮູ້ໂຕກໍ່ເປັນໂລກເສຍແລ້ວ. ຊ້ຳຮ້າຍເມື່ອຮູ້ໂຕວ່າບໍ່ສະບາຍ ເຮົາກັບໄປຫາໝໍ ເສຍເງິນຊື້ຢາມາຮັບປະທານ ແຕ່ລືມຫັນກັບໄປເບີງອາການວ່າໂລກທີ່ເປັນມີສາເຫດມາຈາກຫຍັງ ແລະ ການຮູ້ຈັກແກ້ທີ່ຕົ້ນເຫດສຳຄັນຫຼາຍຊຳໃດ.

ເມື່ອເປັນໂລກ ບາງທີ່ເຮົາອາດຈະຕ້ອງໃຊ້ຫຼັກທຳມະຊາດມາຊ່ວຍ ເຊັ່ນດຽວກັບຫຼັກການທຳມະຊາດທີ່ມີມາດົນນານຫຼາຍພັນປີຢ່າງອາຍຸຍືນ ທີ່ເຊື່ອໃນການຮັກສາຄວາມສົມດູນຂອງທາດທັງ 5 ໃນຮ່າງກາຍເພື່ອໃຫ້ເຮົາສຸຂະພາບດີ ທັງທາດດີນ (ເນື້ອໜັງ, ອະໄວຍະວະ), ທາດນ້ຳ(ເລືອດ, ນ້ຳເຫຼືອງ), ທາດລົມ(ອາກາດທາດ), ທາດໄຟ(ຄວາມຮ້ອນ ພະລັງງານ) ແລະ ຄວາມວ່າງເປົ່າ.
ທາດທັງໝົດຈະເຮັດງານຮ່ວມກັນຕາມສະຖານະການ ແລະ ຊ້ວງເວລາທີ່ແຕກຕ່າງກັນໄປ ແຕ່ທີ່ສຸດແລ້ວການເຮັດງານຂອງທຸກທາດຕ້ອງຢູ່ບົນຄວາມພໍດີ ບໍ່ຫຼາຍບໍ່ໜ້ອຍ ບໍ່ເຊັ່ນັ້ນແລ້ວເຮົາຈະເກີດການເຂັບໄຂ້ໄດ້ປ່ວຍຊື່ງວິທີແກ້ກໍຄື ການໃຫ້ທາດນັ້ນໆ ຟື້ນຟູອີກຄັ້ງ ຜ່ານການປັບພຶດຕິກຳຮັບປະທານອາຫານ, ການອອກກຳລັງກາຍ, ການກິີນສະໝຸນໄພ ແລະ ປັບປ່ຽນພືດຕິກຳໃນການໃຊ້ຊີວິດປະຈຳວັນຊື່ງແນ່ນອນວ່າການດື່ມນ້ຳເປັນເປັນໜີ່ງສີ່ງທີ່ສຳຄັນ ຫາກຍັງບໍ່ເຊື່ອລອງມາເບີ່ງອາການເຫຼົ່ານີ້:
ສິ່ງທີ່ເຮົາເຮັດ : ດື່ມນ້ຳກະເຟເຢັນ, ຊາເຢັນຕອນເຊົ້າ.
ສີ່ງທີ່ເປັນ : ຮູ້ສືກອ່ອນເພຍ ບໍ່ສົດຊື່ນໝົດມື້
ເປັນເລື້ອງຊີນຕາກັນແມ່ນບໍ່ວ່າ, ທີ່ໜຸ່ມສາວພະນັກງານອອບຟິດຍ່າງຖືແກ້ວກາເຟເຢັນ, ຊາເຢັນ ຫຼື ນົມເຢັນໃນຊ້ວງເຊົ້າໆກ່ອນເຂົ້າອອບຟິດ ກີນຄູ່ກັບເຂົ້ານົມປັງ ຫຼື ເຂົ້າໜຽວໝູປີ້ງໃຫ້ພໍອີມທ້ອງ, ປາກບອກວ່າຮູ້ສືກດີ, ແຊບຖືກໃຈ ແຕ່ພໍຜ່ານໄປກັບຮູ້ສືກບໍ່ສະບາຍຕົວ, ບໍ່ສະບາຍທ້ອງ, ບໍ່ກະປີ້ກະເປົາ ຊື່ງໃນທາງອາຍຸຍືນຍາວ ຊ້ວງເວລາເຊົ້າໆ ແບບນີ້ ຄືຊ້ວງເວລາທີ່ຮ່າງກາຍຕ້ອງການຄວາມອົບອຸ່ນ, ການເຕີມນ້ຳເຢັນເຂົ້າໄປສູ່ຮ່າງກາຍຈື່ງເປັນເລື້ອງທີ່ຄວນຫຼີກລ້ຽງ.
ເວົ້າໃຫ້ຖືກຕ້ອງກໍຄື ຍາມເມື່ອຮ່າງກາຍຕື່ນ ຄວນທີ່ຈະຄ່ອຍໆ ຂະຍັບລຸກຈາກຕຽງ, ດື່ມນ້ຳອຸ່ນຈັກຈອກຫຼັງຕື່ນ (ກ່ອນແປງຝັນ) ຫຼື ອາດດື່ມນ້ຳອຸ່ນບິບໝາກນາວເລັກນ້ອຍໃສ່ຈອກເພື່ອດີຕໍ່ຮ່າງກາຍ ແລະ ເພື່ອໃຫ້ຂັບຖ່າຍດີຂຶ້ນ ຈາກນັ້ນຈື່ງອາບນ້ຳ ແລ້ວຢ່າລືມທີ່ຈະຮັບປະທານອາຫານເຊົ້າ ຊື່ງມື້ເຊົ້າກໍຄວນມີສານອາຫານຄົບທຸກໝູ່ ເພື່ອເຕີມພະລັງໃຫ້ພ້ອມໃຊ້ງານໄດ້ທັງວັນ ຕາມດ້ວຍນ້ຳບໍ່ຄວນເຢັນເລັກນ້ອຍ ຫຼື ນ້ຳອຸ່ນເພື່ອສົ່ງເສີມການຍ່ອຍ ຫຼື ຢາກຈະດື່ມກາເຟ ຫຼື ຊາອຸ່ນໆ ຈັກຈອກຫຼັງຈາກທີ່ອາຫານຍ່ອຍສັກພັກກໍບໍ່ວ່າກັນ.

ທັງນີ້ ຊາ ແລະ ກາເຟບໍ່ເໝາະຢ່າງຍີ່ງໃນຊ້ວງທ້ອງວ່າງ ເພາະຈະເລັ່ງໃຫ້ຮ່າງກາຍຫຼັ່ງກົດໃນກະເພາະອາຫານ ການດື່ມຫຼັງອາຫານຈື່ງເປັນເລື້ອງທີ່ຖືກເນາະນຳຫຼາຍກ່ວາ.
ການດື່ມນ້ຳເຢັນຈັດໃນຊ້ວງເຊົ້າບໍ່ພຽງເຮັດໃຫ້ຮ່າງກາຍຕ້ອງເຜົາຜານຫຼາຍຂື້ນເທົ່ານັ້ນ, ແຕ່ນ້ຳເຢັນຈະໄປຈັບໄຂມັນຂອງອາຫານທີ່ເຮົາກິນ ແລະ ເຮັດໃຫ້ຍ່ອຍຍາກອິກດ້ວຍ ຫຼາຍໄປກ່ວານັ້ນ ໄຂມັນເລົ່ານີ້ຈະໄປເກາະຕາມທາງເດີນອາຫານ ໂດຍສະເພາະຕາມຮອຍຫຍັກຂອງລຳໃສ ຊື່ງເປັນຜົນໃຫ້ດູດຊືມານອາຫານບໍ່ເຕັມທີ່, ເກີດໄຂມັນຕົກຄ້າງ ແລະ ເປັນສາເຫດທີ່ເຮັດໃຫ້ເຮົາຮູ້ສືກບໍ່ສົດຊື່ນ, ອ່ອນເພຍ, ຂາດຄວາມກະປີ້ກະເປົ່ານັ້ນເອງ ດັ່ງນັ້ນການດີທອກລຳໃສຈື່ງຖຶກອອກແບບມາເພື່ອສີ່ງນີ້ ແຕກຕ່າງຈາກຕົນທີ່ມີລຳໃສ້ເປັນປົກກະຕິທີ່ມັກຈະມີຄວາມແຂງແຮງ ແລະ ສົດຊື່ນຫຼາຍກ່ວາ.
ສີ່ງທີ່ເຮົາເຮັດ : ດື່ມນົມ ແລະ ນ້ຳກ່ອນນອນ
ສີ່ງທີ່ເປັນ : ນອນຝັນຮ້າຍ ຕື່ນແລ້ວຮູ້ສືກອ່ອນລ້າ
ເປັນເລື້ອງທີ່ຖົກຖຽງກັນສະເໝີວ່າ ການດື່ມນ້ຳກ່ອນນອນເປັນເລື້ອງທີ່ຄວນເຮັດ ຫຼື ບໍ່ ຄຳຕອບຄື: ສາດອາຍຸຢືນເຊື່ອໃນເລື່ອງນາລິກາຂອງຮ່າງກາຍ ທີ່ເຮົາຄວນເຮັດໃຫ້ຮ່າງກາຍຕືນຕົວໃນຊ້ວງພະອາທິດຂຶ້ນ ແລະ ຄວນຜ່ອນຄາຍໃນຊ້ວງພະອາທິດຕົກ, ເທົ່າກັບວ່າການຮັບປະທານອາຫານຄ່ຳບໍ່ຄວນກີນເກີນເວລາ 18.00 ໂມງ. ເພາະຮ່າງກາຍກຳລັງເຂົ້າສູ່ຊ້ວງການພັກຜ່ອນ ຄືໃຫ້ກະເພາະອາຫານໄດ້ຍ່ອຍປະມານ 2-3 ຊົ່ວໂມງ ແລ້ວຫຼັງຈາກນັ້ນກໍ່ຄວນຫຍຸດຮັບປະທານອາຫານທຸກຊະນິດເພື່ອການເຮັດວຽກ ແລະ ໃຫ້ນອນຫຼັບຢ່າງເຕັມທີ່.
ການເຮັດວຽກຂອງຮ່າງກາຍນັ້ໜຊັບຊ້ອນ ຫາກເຮົາສັງເກດຕົວເອງ ແລະ ໝັ່ນຝັງສຽງພາຍໃນຮ່າງກາຍ ແລະ ການດື່ມນ້ຳກໍ່ເປັນເລື້ອງໃກ້ຕົວທີ່ເຮົາສາມາດປັບປ່ຽນໄດ້ ດື່ມໃຫ້ພໍດີກັບຂະນາດຂອງຮ່າງກາຍ ດື່ມຫຼາຍຂຶ້ນໄດ້ຫາກອອກກຳລັງກາຍ ຫຼື ກະຫາຍ ລວມທັງຈິບນ້ຳພາຍໃນມື້ເລື່ອຍໆເພື່ອໃຫ້ເລືອດໄຫຼວຽນດີ, ທັງໝົດນີ້ກໍ່ເພື່ອພື້ນຖານສຸຂະພາບດີໂລກໄພເລັກນ້ອຍຈື່ງຈະໄດ້ບໍ່ມາກວນໃຈ.
ສີ່ງທີ່ເຮົາເຮັດ : ດື່ມນ້ຳຫຼາຍໆ ລະຫວ່າງມື້ອາຫານ
ສີ່ງທີ່ເປັນ : ປວດຫົວ, ຄໍ ແລະ ບ່າໄລ່
ໃນທາງອາຍຸເວດ ທາດທີ່ເຮັດວຽກຫຼັກໆ ຫຼັງມີອາຫານຄືທາດໄຟ ມີໜ້າທີ່ຍ່ອຍອາຫານ ແລະ ປ່ຽນແປງພະລັງງານຕໍ່ໄປ (ລອງສັງເກດເບີ່ງສີ ເວລາເຮົົາຫິວຕົວຈະຮ້ອນ ເພາະທາດໄຟຕຽມອຸ່ນຕົວເອງກ່ອນເລີ່ມເຮັດວຽກ) ຄ້າຍຄືເຕົາປະຕິກອນ ແລະ ສົ່ງພະລັງງານໃຫ້ຮ່າງກາຍໄວ້ໃຊ້ລະຫວ່າງວັນ ແປວ່າຫາກເຮົາທຳລາຍການເຮັດວຽກຂອງໄຟ (ດ້ວຍນ້ຳຫຼາຍໆ ຫຼື ນ້ຳເຢັນ) ຮ່າງກາຍກໍຈະເສຍຄວາມສົມດູນໃນທັນທີ ຊື່ງໃນທີ່ນີ້ບໍ່ຕ່າງຈາກການເອົານ້ຳຕົ້ມໄຟນັ້ນເອງ ທັ່ງຍັງເປັນເລື່ອງທີ່ເຮົາເຮັດກັນຈົນເສຍນິໃສອີກດ້ວຍກັບການດື່ມນ້ຳຫຼາຍໆ ຫຼັງອາຫານ ລວມທັງການດື່ມນ້ຳເຢັນຈັດ ຫຼື ນ້ຳອັດລົມລະຫວ່າງມື້ .

ຫາກເຮົາຍັງດື່ມນ້ຳເຢັນແມ່ນຫັຍງຈະເກີດຂື້ນ ? ຜົນກໍຄືຮ່າງກາຍຈະຢຸດການຍ່ອຍໄວ້ກອນ ຄ້າຍໆ ກະເພາະຊອກເກງຈາກຄວາມເຢັນ ແລ້ວເຮັດໃຫ້ທາດໄຟອຸ້ມນ້ຳ ແລະ ອາຫານໃນທ້ອງທັງໝົດກ່ອນ ຈາກນັ້ນຂ່ອຍເລີ້ມຂະບວນການຍ່ອຍ ຊື່ງເທົ່າກັບວ່າລະຫວ່າງທີ່ທ້ອງອຸ້ມນັ້ນ ອາຫານອາດຈະເກີດການບູດເນົ່າ ເຮັດໃຫ້ເກີດແກັດ ແລະ ລົມ ດັ່ງນັ້ນຮ່າງກາຍທີ່ລົມກະຈາຍຢູ່ທົ່ວຮ່າງກາຍອາດຖືກລະບາຍອອກດ້ອຍການຜາຍລົມ ແລະ ບາງສ່ວນທີ່ບໍສາມາດລະບາຍອອກບໍ່ໄດ້ກໍຈະກະຈາຍໄປຕາມເສັ້ນເລືອດຕ່າງໆ ຊື່ງສີ່ງນີ້ເອງທີ່ເປັນສາເຫດຂອງການປວດຫົວ, ບ່າໄລ່ ແບບບໍ່ຮູ້ສາເຫດ ຊື່ງນ້ອຍຄົນທີ່ຈະຮູ້ວ່າລົມໃນຮ່າງກາຍເຮັດໃຫ້ເຮົາປ່ວຍໄດ້ ການຮັກສາໃນແຜນຕະວັນອອກຈື່ງມີເລື້ອງກວດຮິດເສັ້ນເຂົ້າມາຊ່ວຍນັ້ນເອງ.
ເມື່ອຮູ້ແລ້ວວ່າຮ່າງກາຍຕ້ອງການໄຟໃນການຍ່ອຍ ການດື່ມນ້ຳລະຫວ່າງຫຼັງມື້ທີ່ເໝາະສົມຈື່ງເປັນການດື່ມນ້ຳອຸຫະພູມປົກະຕິ ແລະ ດື່ມເລັກນ້ອຍແຄ້ພໍຊ່ວຍຍ່ອຍ ຈາກນັ້ນຖີ້ມໃຫ້ຮ່າງກາຍອົບອຸ່ນ ແລະ ໃຫ້ໄຟເຮັດວຽກຕາມທຳມະຊາດ ເມື່ອການຍ່ອຍເຮັດຕາມປົກະຕິແລ້ວຄ່ອຍດື່ມນ້ຳຫຼາຍ ຫຼື ດື່ມນ້ຳເຢັນລະຫວ່າງວັນແທນ ສ່ວນຄົນທີ່ມີອາການປວດແບບນີ້ເລື້ອຍໆ ອາດລອງສັງເກດການດື່ມນ້ຳຂອງຕົນເອງເບີ່ງວ່າ ດື່ມນ້ຳຫຼາຍ ຫຼື້ ດື່ມນ້ຳເຢັນລະຫວ່າງມື້ຫຼືບໍ່ ລວມທັງຄົນທີ່ທ້ອງອືດ, ທ້ອງເຝີ້ເລື່ອຍໆ ຄວນປັບປ່ຽນວິທີດື່ມນ້ຳ ເພາະລົມເກີດຂື້ນນັ້ນມີສາເຫດຈາກການດື່ມນ້ຳບໍ່ເປັນ ຊ່ຳໆກັບລະບົບຍ່ອຍຜິດປົກະຕິນັ້ນເອງ
ທັ່ງນີ້ການດື່ມນ້ຳເຢັນນັ້ນເຮັດໄດ້ ແຕ່ຄວນເປັນລະຫວ່າງສັນ ທາງທີ່ດີສຸດນັ້ນຄວນດື່ມນ້ຳອຸນຫະພູມປົກະຕິໃຫ້ໄດ້ໄປທັງວັນເພື່ອສຸຂະພາບທີ່ສົມດູນແຂງແຮງ.
ທີ່ມາ: https://kapook.com