Sona natural Pure Drinking Water ໄດ້ສ້າງກຽດຕິປະຫວັດອິກຄັ້ງໃນເວທີລະດັບໂລກ (ໄດ້ຮັບມອບລາງວັນ ຫຼຽນຄຳ)
ເມື່ອວັນທີ April 6, 2020 ໄດ້ມີການປະກາດລາງວັນ Monde Selection Quality Awards 2020 ຊື່ງຈັດໂດຍ ສະຖາບັນ Monde Selection, The International Quality Institute ຊື່ງຕັ້ງຢູ່ທີ່ ກຸງ Brussels ປະເທດ Kingdom of Belgium ຊື່ງຢູ່ໃຈກາງທະວີບ Europe.
ແລະ ຖືເປັນຄັ້ງທີ 2 ທີ່ຜະລິດຕະພັນນ້ຳດື່ມ SONA ຈາກປະເທດລາວຂອງເຮົາ ສາມາດສ້າງຊື່ສຽງໃຫ້ເປັນທີ່ຮູ້ຈັກໃນເວທີລະດັບໂລກ.
ວ່າເປັນສິນຄ້າ ປະເພດນ້ຳດື່ມ ທຳມະຊາດ ທີ່ມີລົດຊາດທີ່ດີມີຄວາມໃສສະອາດ, ປອດໄພ, ບັນຈຸໃນຂວດໃສສວຍງາມ, ຄຸນນະພາບສູງ ໄດ້ມາດຕະຖານສາກົນ
ເຖີງແມ່ນວ່າ ປີນີ້ ທີມງານເຮົາບໍ່ໄດ້ໄປຮັບລາງວັນດ້ວຍໂຕເອງ ເນື່ອງຈາກສະຖານະການ COVID-19 ຊື່ງລະບາດໄປທົ່ວໂລກ ແຕ່ເຮົາ ບໍລິສັດ ສະຫວັນຄຳ ຟູດ ມີຄວາມພູມໃຈທີ່ໄດ້ຜະລິດນ້ຳດື່ມ SONA ນ້ຳດື່ມຄຸນະພາບ ເພື່ອສຸຂະພາບທີ່ດີ ໃຫ້ແກ່ພຊ່ນ້ອງຄົນລາວ ແລະ ຜູ້ທີ່ມາຍ້ຽມຍາມປະເທດລາວທຸກຄົນ ແລະ ເຮົາຍັງຄົງມຸ້ງໝັ້ນ ທີ່ຈະຮັກສາມາດຕະຖານທີ່ດີຂອງເຮົາຕໍ່ໄປ ເພື່ອໃຫ້ເປັນຕົວຢ່າງທີ່ດີ ແກ່ສີນຄ້າອື່ນໆ ທີ່ຜະລິດໃນປະເທດລາວຕໍ່ໄປ…
ໃບປະກາດ: Diploma 2020
ໜັງສືພີມ: Press 2020
ອ້າງອີງ: https://www.monde-selection.com