ນ້ຳດື່ມ SONA
ນ້ຳດື່ມຄຸນນະພາບ ລາງວັນຊະນະເລີດ ຫຼຽນທອງ
ຄວາມເປັນມາ
ບໍລິສັດ ສະຫວັນຄຳ ຟູດ ຈຳກັດ ຜູ້ຜະລິດ ແລະ ຈຳໜ່າຍ, ນ້ຳດື່ມ SONA ກໍ່ຕັ້ງຂຶ້ນເມື່ອວັນທີ 24 ມີຖຸນາ 2013
ບໍລິສັດ ສະຫວັນ ຄຳ ຟູດ ຈຳກັດ ຜູ້ຜະລິດ ແລະ ຈຳໜ່າຍນ້ຳດື່ມ SONA ໄດ້ສ້າງຕັ້ງຂື້ນໃນວັນທີ 24 ມິຖຸນາ 2013 ໂດຍມີທຶນຈົດທະບຽນເບື້ອງຕົ້ນ 20 ລ້ານບາດຈາກການລິເລີ່ມຂອງ ທ່ານ ແສງລາຕີ ສະຫວັນຄຳ ເຊິ່ງຕ້ອງການໃຫ້ຜູ້ບໍລິໂພກທຸກເພດ ແລະ ທຸກໄວ ມີສຸຂະພາບທີ່ດີ, ແຂງແຮງ ຈາກການດື່ມນ້ຳທີມີຄວາມໃສສະອາດ, ມີຄຸນະພາບໄດ້ມາດຕະຖານ.
ບໍລິສັດ ສະຫວັນຄຳ ຟຸດ ຈຳກັດ ແມ່ນເປັນບໍລິສັດໃນເຄືອ ສະຫວັນຄຳ ກຼຸບ. ເຊິ່ງດຳເນີນທຸລະກິດຕ່າງໆເຊັ່ນ: ຜູ້ຮັບເໝົາ ແລະ ບໍລິການ ທຸລະກິດຜະລິດໄຟຟ້າ, ທຸລະກິດນ້ຳປະປາ, ທຸລະກິດຄອນກຼີດ , ທຸລະກິດວັດສະດຸກໍ່ສ້າງ, ທຸລະກິດການເງິນ ແລະ ອື່ນໆ.
ໂຮງງງານຕັ້ງຢູ່ບ້ານ ສົມສະໜຸກ, ຖະໜົນ ທ່າເດື່ອ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ
ຫ້ອງຂາຍຕັ້ງຢູ່ບ້ານ ໜອງໄຮ, ຖະໜົນ T4, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ
ບໍລິສັດ ໄດ້ຮັບການອະນຸມັດຢ່າງເປັນທາງການ ຈາກກະຊວງ ສາທາລະນະສຸກ ເພື່ອຜະລິດ ແລະ ຂາຍນ້ຳດື່ມພາຍໃຕ້ຍີ່ຫໍ້ “SONA” ຫລືຊື່ພາສາລາວ “ໂຊນ່າ” ໂດຍໄດ້ຮັບເລກທະບຽນອາຫານທີ່ 10-1-22829-1-0003 ແລະໄດ້ຮັບການຢັ້ງຢືນຈາກສະຖາບັນຊັ້ນນຳເຊັ່ນ:
- GMP ເລກທີ 1-4-15-05-14-00039 ຈາກສຳນັກງານອາຫານ ແລະ ຢາ
- ມ ອ ກ. 257-2549 ຈາກກະຊວງ ອຸດສາຫະກຳ ແລະ ການຄ້າ
- ເຄື່ອງໝາຍຮັບຮອງ ຮາລາດ ກອທ.ຮລ B556/2553
- ISO 9001:2008 ຈາກສະຖາບັນ BVC ວ່າດ້ວຍເລື່ອງລະບົບການຈັດການດ້ານຄຸນະພາບ Certificate Number : TH 004411
- HACCP ຈາກສະຖາບັນ BVC, Certificate Number : TH 004807H Version 01
- GMP ຈາກສະຖາບັນ BVC, Certificate Number : TH 004807G Version 01
ການຮັບຮອງສະຖາບັນທີ່ມີຊື່ສຽງ ສົມທົບກັບຄຸນນະພາບຂອງນ້ຳດື່ມ SONA ທີ່ຜູ້ບໍລິໂພກສາມາດສຳຜັດໄດ້ຈິງຈົນເປັນທີ່ຍອມຮັບຢ່າງກວ້າງຂວາງວ່ານ້ຳດື່ມ SONA ແມ່ນນ້ຳດື່ມສະອາດທີ່ສຸດດ້ວຍການບໍລິການທີ່ດີ ແລະ ຂາຍໃນລາຄາທີ່ເໝາະສົມ ນ້ຳດື່ມ SONA ມີກຳລັງການຜະລິດປະຈຳ ປີ 100 ລ້ານລິດ, ສົ່ງຜົນໃຫ້ບໍລິສັດ ແມ່ນໜຶ່ງໃນຜູ້ຜະລິດນ້ຳດື່ມທີ່ສຳຄັນຂອງ ເປັນປະເທດທີ່ປະສົບຜົນສຳເລັດສູງ.
ບໍລິສັດ ຍັງສືບຕໍ່ຄົ້ນຄ້ວາ ແລະ ພັດທະນາຢ່າງຕໍ່ເນື່ອງໂດຍນຳເອົາລະບົບຄອມພິວເຕີ ແລະ ເຕັກໂນໂລຊີ ມານຳໃຊ້ຢ່າງເຕັມທີ່ເພື່ອຄຸນນະພາບແລະ ປະສິດທິພາບສູງສຸດໃນການຜະລິດ ແລະ ການບໍລິການໝາຍເຖິງປະໂຫຍດສູງສຸດຂອງລູກຄ້ານໍ້າດື່ມ SONA
ວິໃສທັດ ແລະ ພາລະກິດ
ຜູ້ຜະລິດ ແລະ ຈຳໜ່າຍເຄື່ອງດື່ມ ແລະ ອາຫານຄົບວົງຈອນທີ່ມີຄຸນນະພາບ ແລະ ການບໍລິການທີ່ດີເລີດ ລວມທັງຜົນຕອບແທນທີ່ດີກັບຜູ້ທີ່ກ່ຽວຂ້ອງ
ການກວດສອບຄຸນະພາບ
-
ສົດຊື່ນທຸກຄັ້ງທີ່ດື່ມ
ລົດຊາດຂອງນ້ຳດື່ມ SONA ແມ່ນມີລົດຫວານ ເນື່ອງຈາກການຜະລິດແບບ (Reverse Osmosis) ນ້ຳດື່ມ SONA ທີ່ຜະລິດໄດ້ມີຄວາມບໍລິສຸດສູງ, ຄວາມສະອາດ ແລະ ປາດສະຈາກສານພິດເຈືອປົນເປື້ອນ ແລະ ເຊື້ອພະຍາດ, ບໍ່ຄືກັບຂະບວນການຜະລິດນໍ້າດື່ມທົ່ວໄປທີ່ໃຊ້ຫຼັກການ ແລກປ່ຽນປະຈຸບັນ ຖ້ານ້ຳ ດິບທີ່ໃຊ້ໃນການຜະລິດມີຄວາມກະດ້າງ ຫຼືມີແຮ່ທາດເຈືອປົນຫຼາຍ ນ້ຳດື່ມທີ່ອອກມາອາດຈະມີລົດຊາດເຄັມ. ເພາະວ່າມີເກືອປະສົມ.
-
ມາດຖານການຜະລິດສູງສຸດ
ທຸກໆຂະບວນການແມ່ນຖືກຄວບຄຸມຢ່າງລະອຽດດ້ານຄຸນນະພາບ ຫຼາຍກ່ວາມາດຕະຖານທີ່ສະຖາບັນມາດຕະຖານອຸດສາຫະກຳ (ມ.ອ.ກ) ແລະ ອົງການອາຫານ ແລະ ຢາ (ອຍ) ໄດ້ຮັບຮອງໂດຍສະຖາບັນຫຼາຍແຫ່ງເຊັ່ນ ISO 9001: 2008 ຈາກສະຖາບັນ BVC, ມາດຕະຖານ GMP ຈາກອົງການອາຫານ ແລະ ຢາ (ອຍ) ແລະ HACCP ຈາກ BVC
-
ລະບົບຄວບຄຸມຄຸນະພາບລະດັງໂລກ
ນຳ ໃຊ້ມາດຕະຖານການວິເຄາະຄຸນນະພາບຂອງນ້ຳໂດຍອ້າງອີງຈາກ Standard Methods for the Examination of Water and Waste Water, APHA, AWWA, WEF, 20th Edition 2000, ເຊິ່ງເປັນມາດຕະຖານການວິເຄາະທີ່ຖືກນຳໃຊ້ຫຼາຍທີ່ສຸດໃນທົ່ວໂລກ ແລະບໍລິສັດ ດຳເນີນການວິເຄາະຄຸນນະພາບນ້ຳດື່ມ SONA ພ້ອມທີ່ຈະເຮັດທຸກວັນ ພ້ອມທີ່ຈະສົ່ງ ນ້ຳດື່ມ SONA ສຳເລັດການວິເຄາະໄປຫ້ອງທົດລອງ ອົງການຈັດຕັ້ງຂອງລັດຖະບານທີ່ໄດ້ຮັບການຍອມຮັບທຸກໆເດືອນ