ບໍລິສັດແມ່ນທຸ້ມເທການບໍລິການຢ່າງເຕັມທີ່, ພວກເຮົາໄດ້ມີສູນຈຳໜ່າຍນ້ຳດື່ມ SONA ແລະ ເບີ່ງແຍງການຈັດສົ່ງໃນຫລາຍໆເຂດ. ກວມເອົາທຸກພື້ນທີ່ ໃນນະຄອນຫລວງວຽງຈັນ ແລະ ພາຫະນະຂົນສົ່ງທັງໝົດຂອງພວກເຮົາ ໄດ້ຕິດຕັ້ງລະບົບຕິດຕາມ GPS ເພື່ອໃຫ້ຮູ້ວ່າລົດຂອງພວກເຮົາກຳລັັງປະຕິບັດໜ້າທີ່ຢູ່ໃສ? ຂັບຂີ່ຖືກກົດລະບຽບຫຼືບໍ? ເພື່ອໃຫເການຂົນສົ່ງນໍ້າດື່ມຂອງພວກເຮົາ ແມ່ນມີຄວາມຮຽບຮ້ອຍທີ່ສຸດ

ສົ່ງດ່ວນໃນຄັ້ງແລກ

ສິດທິພິເສດຂອງສະມາຊິກໃໝ່ ເມື່ອສະໝັກສະມາຊິກໃໝ່ ແລະ ຄວາມຕ້ອງການນຳໃຊ້ນ້ຳຢ່າງຮີບດ່ວນ, ບໍລິສັດຈະສົ່ງນ້ຳດື່ມ SONA ເປັນຄັ້ງ ທຳອິດຫຼັງຈາກຮັບຄຳສັ່ງຊື້ ແລະ ປະກອບເອກະສານຄົບ 3-5 ວັນເຮັດວຽກ ໂດຍບໍ່ຕ້ອງລໍຖ້າການຈັດສົ່ງ ແຕ່ຫລັງຈາກນັ້ນ ບໍລິສັດຈະສົ່ງນ້ຳດື່ມ SONA ຕາມ ກຳນົດວັນເວລາຂອງບໍລິສັດ.

ຕົວຢ່າງ … ເມື່ອສະໝັກເຂົ້າເປັນສະມາຊິກໃໝ່ໃນວັນຈັນ ແລະ ຕ້ອງການນ້ຳດື່ມຮິບດ່ວນ ບໍລິສັດຈະຈັດສົ່ງນ້ຳດື່ມ SONA ຄັ້ງທຳອິດໃນວັນພຸດ, ຫລັງຈາກນັ້ນບໍລິສັດຈະຈັດຕາຕະລາງການສົ່ງນ້ຳດື່ມ SONA, ອາດຈະແມ່ນວັນພະຫັດ. ເຊິ່ງແມ່ນເວລາທີ່ລົດຂອງບໍລິສັດແລ່ນຜ່ານພື້ນທີ່ທຸກໆ ວັນພະຫັດ 

ຮອບການຈັດສົ່ງ

 ບໍລິສັດແບ່ງຮອບການສົ່ງນ້ຳດື່ມ SONA ຕາມປະເພດສະມາຊິກ. 

  1. ປະເພດທີ່ຢູ່ອາໄສ ແລະ ບໍລິສັດຂະໜາດນ້ອຍ (ມີຍອດມັດຈຳ 3-15 ຖັງ), ບໍລິສັດຈະສົ່ງນ້ຳດື່ມ SONA 1 ຄັ້ງຕໍ່ອາທິດ.
  2. ປະເພດຫ້ອງການຂະໜາດກາງ ແລະ ກຸ່ມໂຮງງານອຸດສາຫະກຳ (ໂດຍມີຍອດມັດຈຳຕັ້ງແຕ່ 15 ຖັງຂຶ້ນໄປ) ບໍລິສັດຈະສົ່ງນ້ຳດື່ມ SONA ຕາມການລົງແລ້ວແຕ່ກໍລະນີດັ່ງກ່າວ ອາດຈະຖືກຈັດສົ່ງ 2 ຫຼື 3 ເທື່ອຕໍ່ອາທິດຂື້ນກັບເງິນຝາກຂອງຖັງ. 

ຈັດສົ່ງຕົງວັນ ແຕ່ບໍ່ໄດ້ລະບຸເວລາ

ບໍລິສັດໄດ້ ກຳນົດຕາຕະລາງການສົ່ງນ້ຳດື່ມ SONA ພ້ອມກັບວັນທີສົ່ງທີ່ແນ່ນອນ. ແຕ່ບໍ່ສາມາດລະບຸເວລາສົ່ງສິນຄ້າໄດ້ ເນື່ອງຈາກວ່າເວລາສົ່ງສິນຄ້າແມ່ນຂື້ນກັບສະພາບການສັນຈອນ ແລະ ໄລຍະທາງໄກ້ກັບບ່ອນເກັບມ້ຽນ, ຖ້າກຳນົດເວລາສົ່ງແມ່ນຈະເຮັດໃຫ້ຈັດສົ່ງນ້ຳນັ້ນບໍ່ທົ່ວເຖີງທັງໝົດ ຕາມທີໄດ້ກຳນົດໄວ້