
ເຊື່ອວ່າທຸກຄົນກໍຄົງຈະຮູ້ຢູ່ແລ້ວວ່າ ນ້ຳ ເປັນສ່ວນປະກອບສຳຄັນທີ່ຮ່າງກາຍຂາດບໍ່ໄດ້ ແຕ່ກໍມີອິກຫຼາຍຄົນທີ່ບໍ່ມັກດື່ມນ້ຳກັນ ບາງຄົນກໍຍ້ານວ່າດື່ມນ້ຳຫຼາຍໆ ຈະເຮັດໃຫ້ເຂົ້າຫ້ອງນ້ຳເລີື້ອຍ ຫຼື ເຫດຜົນຕ່າງໆ ນານາ ແຕ່ຂໍບອກເລີຍວ່າການບໍ່ດື່ມນ້ຳເຮັດໃຫ້ທ່ານພາດປະໂຫຍດທີ່ນ້າອັດສະຈັນຂອງການດື່ມນ້ຳໄປຢ່າງບໍ່ໜ້າໃຫ້ອະໄພເລີຍແລະ ລອງໄປເບີງຄຸນປະໂຫຍດຂອງສການດືມນ້ຳກັນເລີຍ ບອກເລີຍທ່ານໃດພາດໜ້າເສຍດາຍທີ່ສຸດ.
1. ດື່ມນ້ຳຊ່ວຍລົດອາການອ່ອນເພຍ
ສາເຫດສຳຄັນຢ່າງໜື່ງທີ້ຮັດໃຫ້ຮ່າງກາຍເກີດການອ່ອນເພຍກໍ່ຄືພາວະຂາດນ້ຳ ດັ່ງນັ້ນການດື່ມນ້ຳຈະເຮັດໃຫ້ຮ່າງກາຍພາຍໃນຊຸ່ມຊື່ນ ແລະຫຼົດພາວະຂາດນ້ຳໄດ້ ຊ່ວຍໃຫ້ຮູ້ສືກສົດຊື່ນມີແຮງຂຶ້ນກ່ວາເກົ່າ ທ່ານໃດທີ່ກຳລັງຮູ້ສືກອ່ອນເພຍລອງຈິບນ້ຳເບີງ ຮັບຮອງວ່າຊ່ວຍໄດ້ແນ່ນອນ.
2. ຊ່ວນໃນການລົດນ້ຳໜັກໄດ້ຜົນດີຂຶ້ນ.
ການດື່ມນ້ຳກ່ອນນການຮັບປະທານອາຫານຈະຊ່ວຍເຮັດໃຫ້ທ່ານຮູ້ສືກອີ່ມທ້ອງ ແລະ ຮັບປະທານອາຫານໄດ້ໜ້ອຍລົງ ລວມທັງຖ້າຫາກດືມນ້ຳຂະນະທີ່ຫິວໆ ລະກໍ່ຈະຊ່ວຍລົດຄວາມຢາກອາຫານໄດ້ເປັນຢ່າງດີ ບໍ່ພຽງເທົ່ານັ້ນ ແຕ່ການດື່ມນ້ຳກໍ່ຍັງຊ່ວຍເພີ່ມການເຮັດວຽກຂອງລະບົບການເຜົາຜານອິກດ້ວຍໂດຍສະເພາະນ້ຳເຢັນສາມາດຊ່ວຍໃຫ້ຮ່າງກາຍເຜົາຜານໄດ້ຫຼາຍຂຶ້ນ.
3. ຂະຈັດສານພິດໃນຮ່າງກາຍ
ໝາກໄຂ່ຫຼັງ ເປັນອະໄວຍະວະທີ່ສຳຄັນໃນການຂະຈັດສານພິິດອອກຈາກຮ່າງກາຍໂດຍເມື່ອເມື່ອໝາກໄຂຫຼັງກອງສານຜິດໃນຂອງແຫຼວທີ່ຢູ່ໃນຮ່າງກາຍແລ້ວກໍ່ຈະຂັບອອກມາໃນຮູບແບບຕ່າງໆ ເຊັ່ນ: ເຫື່ອ ແລະ ປັດສະວະ ການດື່ມນ້ຳຈະຊ່ວຍໃຫ້ຮ່າງກາຍຂັບສານຜິດອອກມາໄດ້ດີຂຶ້ນ, ຊ່ວຍລົດຄວາມສ່ຽງການເກີດການຕິດເຊື້ອໃນທໍ່ປັດສະວາ ແລະ ໜີ້ວໃນໝາກໄຂ່ຫຼັງໄດ້.

4. ບຳລຸງຜິວພັນ
ຖ້າຢາກມີຜີວພັນທີ່ຊຸ່ມຊື່ນ ແລະ ເບີງມີນ້ຳມີນວນລະກໍ່ຂໍແນະນຳໃຫ້ດື່ມນ້ຳເລີຍ ເພາະນ້ຳນີ້ລະຈະຊ່ວຍຂັບເອົາສານຜິດຕ່າງໆ ອອກຈາກຮ່າງກາຍ ເຮັດໃຫ້ຜີວພັນດີຂື້ນ ແຖມຍັງຊ່ວຍໃຫ້ຜິວພັນເບີງອ່ອນກ່ວາໄວອິກດ້ວຍ.
5. ຮັກສາອາການປວດຫົວໄດ້
ອາການໄມເກຣນ ແລະ ປວດຫຼັງ, ແທ້ຈີງແລ້ວອາດມີສາເຫດມາຈາກພະວະຂາດນ້ຳໃນຮ່າງກາຍໄດ້ ດັ່ງນັ້ນການດື່ມນ້ຳຢ່າງພຽງພໍນີ້ລະຈະສາມາດຊ່ວຍລົດອາການເຫຼົ່ານີ້ໄດ້ເປັນຢ່າງດີ ບໍ່ເຊື່ອກໍ່ລອງດື່ມນ້ຳຫຼາຍໆ ເວລາປວດຫົວເບີ່ງ ຈະຮູ້ສືກເລຍວ່າອາການປວດຫົວເບົາບາງລົງເລີຍລະ.

6. ປ້ອງກັນໂລກມະເລັງ
ມີການສຶກສາໜື່ງພົບວ່າການດື່ມນ້ຳຫຼາຍໆ ຈະຊ່ວຍລົດການອຸບັດຂຶ້ນຂອງໂລກມະເຮັງກະເພາະປັດສະວະ ເພາະການດື່ມນ້ຳຫຼາຍໆ ຈະເຮັດໃຫ້ປັດສະວະເລື້ອຍໆ ຈະຊ່ວຍລົດການກໍ່ຕົວຂອງສານກໍ່ມະເຮັງໃນກະເພາະປັດສະວະໄດ້, ນອກຈາກນີ້ການດື່ມນ້ຳຢ່າງພຽງພໍບໍ່ໃຫ້ຮ່າງກາຍເກີດພາວະຂາດນ້ຳກໍ່ຍັງຊ່ວຍລົດການເກີດມະເຮັງລຳໃສໃຫ່ຍ ແລະ ມະເຮັງເຕົ້ານົມໄດ້ອິກດ້ວຍ.
7. ປ້ອງກັນຕະຄີວ ແລະ ອາການເຄັດ
ພາວະຂາດນ້ຳສົ່ງຜົນໃຫ້ຄວາມຍືດຫຍຸ່ນຂອງກ້າມເນື້ອ ແລະ ສານຫຼໍ່ລື້ນລະຫວ່າງຂໍ້ຕໍ່ຕ່າງໆ ລົດນ້ອຍລົງ ຈົນອາດເຮັດໃຫ້ເກີດການບາດເຈັບໄດ້ງ່າຍ ດັ່ງນັ້ນການດືມນ້ຳຈື່ງຈຳເປັນຕໍ່ກ້າມເນື້ອ ແລະຂໍ້ຕໍ່ຕ່າງໆ ຖ້າບໍ່ົາກເປັນຕະຄີວ ຫຼື ເຄັດຂັດຍອກຕາມຂໍ່ຕ່າງໆ ຄວນດື່ມນ້ຳໃຫ້ພຽງພໍຢູ່ສະເໝີ.

8. ຊ່ວຍໃຫ້ອາລົມດີ
ຫຼາຍຄົນອາດຈະແປກໃຈວ່າການດື່ມນ້ຳຊ່ວຍໃຫ້ອາລົມດີໄດ້ດ້ວຍແມ່ນແທ້ບໍ່? ຂໍບອກເລີຍວ່າຊ່ວຍໄດ້ເພາະເມື່ອເຮົາດື່ມນ້ຳເຂົ້າໄປໃນປະລິມານທີ່ພຽງພໍຕໍຮ່າງກາຍ ກໍ່ຈະຊ່ວຍໃຫ້ລະບົບການເຮັດວຽກຕ່າງໆ ພາຍໃນເຮັດວຽກໄດ້ເປັນປົກະຕິ, ລືມໄປໄດ້ເລີຍກັບອາການຜິດປົກະຕິຕ່າງໆ ທີ່ຈະສົ່ງຜົນກະທົບຕໍ່ຈິດໃຈ.
9. ຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີຂຶ້ນ
ການດື່ມນ້ຳຈະຊ່ວຍລະລາຍໄຂມັນໃນຮ່າງກາຍ ແລະ ຊ່ວຍໃຫ້ໄຟເບີຊະນິດທີ່ລະລາຍນ້ຳໄດ້ເຕັມທີ່ ສົ່ງຜົນໃຫ້ອາການທ້ອງຜຸຫຼຸດລົງ ການດື່ມນ້ຳຫຼາຍໆ ຈະຊ່ວຍໃຫ້ຮ່າງກາຍຂັບຖ່າຍຂອງເສຍອອກມາໄດ້ງ່າຍ, ແຕ່ຖ້າຫາກດື່ມນ້ຳໜ້ອຍເກີນໄປກໍ່ຈະເຮັດໃຫ້ຮ່າງກາຍຕ້ອງນຳນ້ຳໄປໃຊ້ໃນສ່ວນອື່ນຈົນເຮັດໃຫ້ຂັບຖ່າຍໄດ້ຢາກ ເກີດເປັນອາການທ້ອງຜຸ.

10. ດີຕໍ່ສຸຂະພາບຫົວໃຈ
ມີການສືກສາໜື່ງພົບວ່າປະລິມານນ້ຳທີ່ດື່ມນັ້ນມີຄວາມເຊື່ອມໂຍງກັບຄວາມສ່ຽງໂລກຫົວໃຈ ແລະ ຫຼອດເລືອດ, ໂດຍການສືກສາໄດ້ສະແດງໃຫ້ເຫັນວ່າການດື່ມນ້ຳຫຼາຍຂຶ້ນເຮັດໃຫ້ຄວາມສ່ຽງໂລກຫົວໃຈຫຼຸດລົງ, ແຕ່ການດື່ມເຄື່ອງດື່ມທີ່ມີພະລັງງານສູງ ຢ່າງເຊັ່ນ: ໂຊດາ ຫຼື ນ້ຳຜົນລະໄມ້ ຈະເຮັດໃຫ້ຄວາມສ່ຽງໃນການເສຍຊີວິດດ້ວຍໂລກຫົວໃຈສູງຂື້ນອີກດ້ວຍ.
11. ຊ່ວຍຕໍ່ສູ້ອາການປ່ວຍ
ການດື່ມນ້ຳສາມາດຊ່ວຍລົດອາການຄັດຈະມູກ ແລະ ພະວະຂາດນ້ຳໃນລະຫວ່າງທີ່ປ່ວຍເປັນໄຂ້ຫວັດໄດ້, ຖືງແມ້ວ່າຈະບໍ່ມີການສືກສາໃດຢື້ນຢັນຊັດເຈນວ່າການດື່ມນ້ຳສາມາດຮັກສາໄຂ້ຫວັດໄດ້ ແຕ່ເຮົາກໍ່ຄວນດື່ມນ້ຳໃນປະລິມານທີ່ເໝາະສົມ.
12. ສ້າງເສີມສະໝອງໃຫ້ເຮັດວຽກດີຂຶ້ນ
ການສືກສາໃນເມືອງ ລອນດອນ ປະເທດອັງກິດ ພົບວ່ານັກສືກສາທີ່ນຳນ້ຳເຂົ້າໄປດື່ມໃນຫ້ອງເສັງ ຈະເຮັດຂໍ້ສອບເສງໄດ້ຄະແນນດີກ່ວານັ້ນກໍ່ເປັນເພາະວ່ານ້ຳຈະຊ່ວຍເຮັດໃຫ້ສະໝອງປອດໂປ່ງ ສົ່ງຜົນຕໍ່ການເຮັດວຽກຕ່າງໆ ບໍ່ວ່າຈະໃນເລື້ອງຂອງຄວາມຈຳ ຫຼື ການຄິດປະມວນຜົນຕ່າງໆ.

13. ຊ່ວຍປັບສົມດູນຂອງອຸນຫະພູມໃນຮ່າງກາຍຂະນະທີ່ອອກກຳລັງກາຍ
ການອອກກຳລັງກາຍເຮັດໃຫ້ຮ່າງກາຍມີອຸນຫະພູມທີ່ສູງຂຶ້ນ ແລະ ການດື່ມນ້ຳໃນຂະນະທີ່ອອກກຳລັງກາຍຈະຊ່ວຍໃຫ້ອຸນຫະພູມໃນຮ່າງກາຍລົດລົງໄດ້ ແລະ ຊ່ວຍທົດແທນຂອງແຫຼວໃນຮ່າງກາຍທີ່ເສຍໄປຈາກການຂັບເຫງື່ອ ແຕ່ກໍ່ຄວນຈະດື່ມນ້ຳຢ່າງເໝາະສົມ ໂດຍຄ່ອຍໆ ຈິບນ້ຳຫຼັງຈາກອອກກຳັງກາຍ ບໍ່ຄວນດື່ມລວດດຽວເພາະອາດຈະເຮັດໃຫ້ເກີດອາການຈຸກ ແລະ ເປັນອັນຕະລາຍໄດ້.
14. ລົດອາການແຮ້ງ
ການດື່ມແອວກາຮໍເປັນສາເຫດສຳຄັນທີ່ເຮັດໃຫ້ເກີດພາວະຂາດນ້ຳ ແລະ ເຮັດໃຫ້ເກີດອາການແຮ້ງ ການດື່ມນ້ຳໜື່ງແກ້ວຫຼັງຈາກທີ່ທ່ານຈິບແອວກາຮໍ ຈະຊ່ວຍລົດພາວະຂາດນ້ຳໄດ້ອີກທາງໜື່ງ ແຖມຍັງຊ່ວຍໃຫ້ອາການແຮ້ງຫຼັງຈາກດື່ມແອວກາຮໍລົດລົງອີກດ້ວຍ
15. ປະຫຍັດເງິນ
ແມ່ນແລ້ວ ! ນ້ຳດື່ມເປັນເຄື່ອງດື່ມທີ່ລາຄາຖືກທີ່ສຸດ ຫຼື ບາງທີກໍ່ຟີອີກດ້ວຍຊ້ຳ ບໍ່ຕ້ອງເສຍເງິນຫຼາຍເພື່ອຊື້ເຄື່ອງດື່ມທີ່ມີນ້ຳຕານ ແລະ ໄຂມັນສູງ ກໍ່ສາມາດສົດຊື້ນໄດ້ດ້ວຍນ້ຳພຽງແກ້ວດຽວ, ຖ້າເປັນນ້ຳເຢັນໆ ອີກລະກໍ່ ໂອຍ ລືມໄປເລີຍລະວ່າເຄີຍດື່ມນ້ຳອັດລົມ ຫຼື ກາເຟເຢັນໆ ພວກນັ້ນ.
ເຫັນຂໍ້ດີເຈງໆ ຂອງການດື່ມນ້ຳແລ້ວ ກໍ່ຫັນມາດື່ມນ້ຳລ້າກັນດີກ່ວາ ບໍ່ຕ້ອງເສຍເງິນແຖມຍັງດີຕໍ່ສຸຂະພາບອີກດ້ວຍ, ຍີ່ງຖ້າຫາກເຮັດຮ່ວມກັບການຮັບປະທານອາຫານທີ່ດີມີປະໂຫຍດຕໍ່ຮ່າງກາຍດ້ວຍລະກໍ້ ສຸຂະພາບດີໆ ກໍ້ຢູ່ບໍ່ໄກເກີນເອື້ອມແນ່ນອນ.
ທີ່ມາ: https://kapook.com